
ອິນເດຍ ເປັນອັນດັບທີ 4 ຂອງໂລກໃນການຜະລິດລູກສອນໄຟຕ້ານດາວທຽມ

ລູກສອນໄຟຕ້ານດາວທຽມ
ສໍານັກຂ່າວຊິນຮວາລາຍງານວ່າ: ທ່ານ ໂມດີ ນາຍົກລັດຖະມົນຕີ ອິນເດຍ ໄດ້ອອກຖະແຫຼງການທາງໂທລະພາບເມື່ອບໍ່ດົນມານີ້ວ່າ: ອິນເດຍ ໄດ້ທົດລອງຍິງລູກ
ສອນໄຟນຳຖີຂຶ້ນສູ່ອາວະກາດ ແລະ ລູກສອນໄຟຕ້ານດາວທຽມ ສຳເລັດຜົນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ ອິນເດຍ ກາຍເປັນອັນດັບທີ 4 ໃນການນຳໃຊ້ເທັກໂນໂລຢີຕ້ານ
ດາວທຽມ. ພາຍຫຼັງ ສະຫະລັດ, ຣັດເຊຍ ແລະ ຈີນ ສໍາເລັດການຄົ້ນຄ້ວາລູກສອນໄຟຕ້ານດາວທຽມ, ເຊິ່ງເປັນຂີດໝາຍໃຫ້ແກ່ ອິນເດຍ ໄດ້ເຂົ້າມາໃນອັນດັບຂອງ
”ອໍານາດອາວະກາດ”.
ບົດບາດຂອງອາວຸດຕ້ານ ດາວທຽມ ໃນເຂດອ້ອມແອ້ມປະເທດ ແມ່ນມີຄວາມສຳຄັນຫຼາຍ, ປັດຈຸບັນມີດາວທຽມ ຫຼາຍກວ່າຮ້ອຍໜ່ວຍທີ່ປະຕິບັດງານໃນວົງໂຄ
ຈອນໃນທົ່ວໂລກ. ດາວທຽມປະເພດຕ່າງໆ ໄດ້ຖືກນຳໃຊ້ຢ່າງກວ້າງຂວາງເຂົ້າໃນວຽກງານການທະຫານ, ສະນັ້ນໃນຊຸມປີມໍ່ໆມານີ້ ເພື່ອຄວາມໄດ້ປຽບດ້ານ ອາວະກາດ,
ເຮັດໃຫ້ຫຼາຍປະເທດ ທີ່ກຳລັງພັດທະນາແຂ່ງຂັນກັນສ້າງລະບົບອາວຸດຕ້ານ ດາວທຽມ.