ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີໃຕ້ ເປີດຕົວຍົນສູ້​ຮົບ F-35 A ຢ່າງເປັນທາງການ


     ຕາມຂ່າວຈາກ QĐND Online ໃນວັນທີ 4 ຕຸລາ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ນຳເອົາຍົນສູ້ຮົບຮຸ່ນ F-35A ເຂົ້າປະຈຳການໃນ ກອງທັບອາ
ກາດ ຂອງຕົນຢ່າງເປັນທາງການແລ້ວ.

     ການເປີດຕົວຍົນສູ້ຮົບ F-35A ໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງ ການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປະກອບອາວຸດຂອງ ເກົາຫຼີໃຕ້ ຄົບຮອບ 71 ປີ ຢູ່ທີ່ຖານທັບອາ
ກາດ Daegu ແຂວງ Gyeong-sang ຫ່າງຈາກ ນະຄອນຫຼວງ Seoul ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 300 ກິ ໂລແມັດ.

     ໃນພິທີຈຸບິນທີ 3 ຂອງ F-35A ໄດ້ບິນສະແດງຮ່ວມກັບ ຍົນສູ້ຮົບຊະນິດອື່ນໆ ຂອງກອງທັບອາກາດເກົາຫຼີໃຕ້ ແລະ ນີ້ກໍແມ່ນຄັ້ງທຳອິດທີ່ຍົນຂັບໄລ່ທີ່ສາມາດອຳ
ພາງຕົວໄດ້ຮຸ່ນທີ 5 ປະກົດຕົວຕໍ່ໜ້າ ສາທາລະນະໃນດິນແດນກີມຈິ.

     ມາຮອດປັດຈຸບັນ, ເກົາຫຼີໃຕ້ ໄດ້ຮັບ F-35A ແລ້ວ 8 ລຳ ໃນຈໍານວນທັງໝົດ 40 ລໍາ ຕາມສັນຍາ ທີ່ໄດ້ເຊັນກັນເມື່ອປີ 2014 ເຊິ່ງມີມູນຄ່າປະມານ 6,5 ຕື້ ໂດລາ
ສະຫະລັດ. ການມອບຮັບຈະສຳເລັດ ໃນປີ 2021.

     ຫຼັງຈາກ ເກົາຫຼີໃຕ້ ໄດ້ຮັບຍົນ ຄົບຕາມຈຳນວນ, ກອງບິນ F-35A ຈະເຂົ້າປະຈຳການ ຢູ່ທີ່ຖານທັບອາກາດ Cheongju, ໃນແຂວງ Chungcheongbuk-do,
ຫ່າງຈາກ ນະຄອນຫຼວງ ເຊອຸນ ໄປທາງທິດໃຕ້ 140 ກິໂລແມັດ.

     ພາຍໃຕ້ສັນຍາດັ່ງກ່າວ, ລັດຖະບານ ເກົາຫຼີໃຕ້ ສາມາດຊື້ F-35A ຕື່ມອີກ 20 ລຳ ຈາກບໍລິສັດ Lockheed Martin ຖ້າ ມີຄວາມຈຳເປັນ. ດ້ວຍຄຸນສົມບັດທີ່
ໂດດເດັ່ນ ຂອງຍົນ​ດັ່ງກ່າວ ກອງທັບອາກາດ ເກົາຫຼີໃຕ້ ຈິ່ງຖືວ່າ F-35A ເປັນສ່ວນສຳຄັນໃນການໂຈມຕີຂົ່ມຂວັນທີ່ມີຊື່ວ່າ ‘‘ສາຍພານພິ ຄາດ’’.