ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບອາກາດປະເທດ ບັງກລາເທດ ກຽມຮັບເຮືອບິນລຳລຽງຈາກ​ກອງທັບ​ອັງກິດ


     ກອງທັບອາກາດປະເທດ ບັງກລາເທດ ກຽມຮັບມອບເຮືອບິນຮຸ່ນ C-130J Super Hercules ຈາກກອງທັບ ອັງກິດ ຄົບຕາມຈຳນວນ 5 ລຳໃນທ້າຍປີນີ້. ໂດຍ
ເຮືອບິນ C-130J ເປັນຮຸ່ນທີ່ມີລໍາຕົວສັ້ນເຊິ່ງປະເທດ ອັງກິດ ເອີ້ນວ່າ Hercules C5 ແລະ ໄດ້ແບ່ງການຮັບມອບເປັນ 2 ໄລຍະຄື:ໄລຍະທໍາອິດປີ 2018 ໄດ້ຮັບມອບ
ຈໍານວນ 2 ລໍາ ແລະ ໄລຍະທີສອງປີ 2019 ຈໍານວນ 3 ລໍາ. ຮັບຜິດຊອບເລື່ອງນີ້ ໂດຍບໍລິສັດ Marshall Aerospace and Defence Group ( ADG ) .ການ
ຈັດຫາເຮືອບິນຮຸ່ນ C-130J ນັ້ນໄດ້ເພີ່ມຂີດຄວາມສາມາດໃນພາລະກິດຂົນສົ່ງທາງອາກາດ ໃຫ້ແກ່ກອງທັບອາກາດ ບັງກລາເທດ. ນອກຈາກນີ້ຍັງມີການຕິດຕັ້ງລະບົບ
Medical Evacuation (MEDVSC) ເພື່ອສາມາດຮອງຮັບໃນພາລະກິດບັນເທົາສາທາລະນະໄພ ແລະ ພາລະກິດເພື່ອມະນຸດສະທໍາໃນນາມຂອງ ສະຫະປະຊາຊາດ.

     ເຮືອບິນລໍາລຽງຮຸ່ນໃໝ່ນີ້ ທາງກອງທັບອາກາດບັງກລາເທດຈັດຫາເພື່ອມາທົດແທນເຮືອບິນຮຸ່ນເກົ່າ C-130B ທີ່ເປັນເຮືອບິນມືສອງຊື້ມາຈາກປະເທດ ສະຫະລັດ
ຕັ້ງແຕ່ປີ 2001 ແລະ ເຮືອບິນລໍາລຽງ AN-32 Cline ທີ່ຈັດຫາມາຕັ້ງແຕ່ປີ 1989. ໃນອານາຄົດກອງທັບບັງກລາເທດຈະຮັບມອບເຮືອບິນ C295W ຈາກ Airbus
ເພື່ອໃຊ້ໃນພາລະກິດລໍາລຽງທາງຍຸດທະວິທີເຊິ່ງໄດ້ມີການລົງນາມເຊັນສັນຍາຕັ້ງ ແຕ່ປີ 2016.