ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນໄດ້ເປີດ​ໂຕ​ກຳ​ປັ່ນ Multi-Role Support Ship ທີ່​ຈະ​ຂາຍ​ໃຫ້​ມາ​ເລຊີ


ກຳ​ປັ່ນ Multi-Role Support Ship (MRSS)

     ອູ່ຕໍ່ເຮືອ Mitsui E&S ຂອງປະເທດຍີ່ປຸ່ນໄດ້ເປີດເຜີຍແບບ ກຳ​ປັ່ນທີ່ສະເໜີໃນໂຄງການ Multi-Role Support Ship (MRSS) ຂອງກອງທັບ ມາເລຊີ ໃນງານ
ສະແດງນິເທດສະການ MAST Asia 2019.

     Mitsui E&S ນັ້ນມີລວງຍາວ 160 ແມັດ, ກວ້າງ 24 ແມັດ ແລະ ສາມາດຮັບນໍ້າໜັກໄດ້ 13.000 ໂຕນ ສາມາດບັນທຸກທະຫານໄດ້ 500 ຄົນ, ລົດຕັງ 16 ຄັນ,
ຍານເກາະຕີນຢາງ 6 ຄັນ ແລະ ລົດແພດອີກໜຶ່ງຄັນ ມີອູ່ລອຍທີ່ສາມາດຮອງຮັບເຮືອລະບາຍພົນໄດ້ 2 ລໍາ ແລະ ດາດຟ້າທີ່ສາມາດຮອງຮັບເຮືອບິນຂະໜາດກາງໄດ້ 2 ລໍາ
ແລະ ຮອງຮັບການໃຊ້ງານ UAV ໄດ້.

     ກອງທັບເຮືອ ມາເລຊີ ມີຄວາມຕ້ອງການກຳ​ປັ່ນ Multi-Role Support Ship (MRSS) ຈໍານວນ 3 ລໍາຕາມແຜນການຂອງກອງທັບເຮືອມາເລຊີໂດຍ 2 ລໍາທໍາ
ອິດຈະຈັດຫາໃນຊ່ວງປີ 2021-2025 ແລະ ລໍາທີ 3 ຈະຈັດຫາໃນຊ່ວງປະມານປີ 2035 ເຊິ່ງຕອນນີ້ນອກຈາກ Mitsui E&S ຍັງມີຫລາຍອູ່ຕໍ່ເຮືອຫຼາຍບ່ອນທີ່ໃຫ້ຄວາມ
ສົນໃຈສັ່ງແບບກຳ​ປັ່ນເຂົ້າຮ່ວມແຂ່ງຂັນອີກດ້ວຍ ຄື: Damen ຈາກເນເທີແລນ, PT PAL ຈາກອິນໂດເນຊີ, Naval Group ຈາກຝຣັ່ງ, TIAS ຈາກຕວກກີ, CSOC
ຈາກຈີນ ແລະ ອູ່ຕໍ່ເຮືອຂອງເກົາຫຼີໃຕ້.