ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະເທດອິນເດຍມີ​ແຜນ​ຈັດ​ຊື້ລົດ​ຫຸ້ມ​ເກາະລຸ້ນ BMP-2


ລົດຫຸ້ມເກາະລຸ້ນ BMP-2

     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ ວ່າ: ກະຊວງປ້ອງກັນປະເທດ ອິນເດຍ ໄດ້ອະນຸມັດງົບປະມານຈໍານວນ 148 ລ້ານ ໂດລາສະຫະລັດ
ເພື່ອຈັດຊື້ ລົດຫຸ້ມເກາະລຸ້ນ BMP-2 ຈໍານວນ 156 ຄັນເພື່ອມາປະກອບໃຫ້ກອງທັບຕົນ.

     ລົດຫຸ້ມເກາະລຸ້ນ BMP-2 ມີນ້ຳໜັກ 14,3 ໂຕນ, ປະກອບດ້ວຍນັກຂັບຂີ່ 3 ຄົນ, ບັນທຸກທະຫານ ໄດ້ 7 ຄົນພ້ອມອຸປະກອນຄົບຊຸດ, ສາມາດເດີນທາງຕໍເນື່ອງ 600
ກິໂລແມັດ, ຄວາມໄວສູງສຸດເຖິງ 65 ກິໂລແມັດຕໍ່ຊົ່ວໂມງ, 45 ກິໂລແມັດຕໍ່ຊົ່ວໂມງ ຖ້າເສັ້ນທາງມີສິ່ງກີດຂວາງ ແລະ ມີການຕິດຕັ້ງກໍາລັງໄຟທີ່ມີຄວາມທັນສະໄໝສູງເຊັ່ນ:
ປືນໃຫຍ່ 2A42 ຂະໜາດ 30 ມມ, ປືນກົນອັດຕະໂນມັດຂະໜາດ 7,62 ມມ, ລູກສອນໄຟ ນຳວິຖີຍິງຕ້ານ ລົດຕັງລຸ້ນ 9Sh119M1.

     ປັດຈຸບັນກອງທັບ ອິນເດຍ ມີຈໍານວນ ລົດຫຸ້ມເກາະລຸ້ນ BMP-2 ປະມານ 1.500 ຄັນ ແລະ ລຸ້ນ BMP-2K ຈໍານວນໜຶ່ງທີ່ກໍາລັງປະຈໍາການ ແລະ ປະຕິບັດຫຼາຍ
ໜ້າທີ່ແຕກຕ່າງກັນ.