ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໂບອິງທົດ​ລອງ​ເຮືອບິນ​ລຸ້ນ F-15EXຄັ້ງ​ທຳ​ອິດ


ເຮືອບິນຮົບລຸ້ນ F-15EX Ad­vanced Eagleຂອງ ກອງທັບອາກາດ ສະຫະລັດອາເມຣິກາ

     ບໍລິສັດໂບອິງໄດ້ດໍາເນີນການບິນທົດສອບຄັ້ງທໍາອິດຂອງ ເຮືອບິນຮົບ ລຸ້ນ F-15EX Ad­vanced Eagle ຂອງ ກອງທັບອາກາດ ສະຫະລັດ ອາເມ
ຣິກາ ໂດຍໄດ້ທົດລອງບິນອອກຈາກສະໜາມບິນນານາຊາດ St Louis Lambert, ເຊິ່ງໃຊ້ເວລາ 90 ນາທີ ນັກບິນໄດ້ປະຕິບັດການທົດລອງກວດສອບ
ລະບົບການບິນ, ລະບົບຂັ້ນສູງ ແລະ ລະບົບຊອບແວ ຂອງເຮືອບິນລຸ້ນດັ່ງກ່າວ, ທີມງານທົດສອບໄດ້ກວດສອບຂໍ້ມູນທີ່ຮວບລວມລະຫວ່າງການບິນ ເພື່ອ
ນໍາໄປຢືນຢັນວ່າເຮືອບິນຈະສາມາດເຮັດວຽກໄດ້ຕາມແຜນການທີ່ວາງໄວ້.

     ຕົວແທນຂອງບໍລິສັດໂບອິງ ກ່າວວ່າ: ເຫດການນີ້ເກີດຂຶ້ນປະມານ ເຈັດເດືອນຫຼັງຈາກທີ ກອງທັບອາກາດ ສະຫະລັດ ອາເມຣິກາ ໄດ້ເຮັດສັນຍາກັບ ບໍ
ລິສັດໂບອິງ ໃນເດືອນ ມັງກອນ 2020 ເພື່ອສົ່ງ-ມອບເຮືອບິນ F-15EX ຊຸດທໍາອິດໃນຈໍານວນ 8 ລໍາ ,ການທົດລອງຈະນໍາໄປສູ່ຂັ້ນຕອນການສົ່ງ-ມອບ
ເຮືອບິນ 2 ລໍາ ທີ່ຈະສົ່ງ-ມອບພາຍໃນທ້າຍໄຕມາດນີ້ກ່ອນທີ່ຈະມີການສົ່ງ-ມອບ ອີກ 6 ລໍາ ທີ່ເຫຼືອພາຍໃນທ້າຍປີ 2023.

     ກອງທັບອາກາດ ສະຫະລັດ ອາເມຣິກາ ຊື້ເຮືອບິນລຸ້ນດັ່ງກ່າວ ເພື່ອນໍາມາທົດແທນເຮືອບິນຮົບລຸ້ນເກົ່າເຊັ່ນ: F-15C/D ເປັນເຮືອບິນທີ່ນໍາເຂົ້າປະຈໍາ
ການໃນ ກອງທັບອາກາດ ສະຫະລັດ ອາເມຣິກາ ໄດ້ຫຼາຍປີແລ້ວ.