ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ເຮືອ​ ຍີ່ປຸ່ນ ຈະ​ໄດ້​ຮັບກຳ​ປັ່ນ​ຖານ​ທັບ​ລຸ້ນ​ໃໝ່


     ຕາມຂ່າວຈາກ ຫວຽດນາມ ໃຫ້ຮູ້ວ່າ: ກຳປັ່ນຖານທັບທີ່ ມີຊື່ JS Maya ລໍາທໍາອິດຂອງກໍາລັງປ້ອງກັນຕົນເອງ ທາງທະເລ ຢີ່ປຸ່ນ ພາຍໃຕ້ໂຄງການ 27DDG ຈະ
ຖືກນໍາເຂົ້າປະຈໍາການຢ່າງເປັນທາງການໃນ ເດືອນມີນາທີ່ຈະມາເຖິງນີ້.

     ກຳປັ່ນ JS Maya ຖືວ່າເປັນໜຶ່ງໃນກຳປັ່ນຖານທັບທີ່ໃຫຍ່ທີ່ສຸດຂອງ ຢີ່ປຸ່ນ ທີ່ມີກຳລັງແຫກນ້ຳເຖິງ 10.000 ໂຕນ, ຄວາມຍາວ 169,9 ແມັດ, ກວ້າງ 22 ແມັດ,
ຄ່າໃຊ້ຈ່າຍໃນການກໍ່ສ້າງລວມທັງການຕິດຕັ້ງອຸປະກອນ ແລະ ການປະກອບອາວຸດຕ່າງໆ ຕົກເປັນເງິນ ຈໍານວນ 1,5 ລ້ານໂດລາ ສະຫະລັດ ຕໍ່ໜຶ່ງລໍາ, ເຊິ່ງເອີ້ນ ໄດ້ວ່າ
ເປັນກຳປັ່ນຖານທັບທີ່ມີລາຄາ ສູງທີ່ສຸດຂອງ JMSDF.

     ກຳປັ່ນບັນທຸກເຮືອບິນ JS Maya ໄດ້ຖືກສ້າງຂຶ້ນຈໍານວນສອງລໍາເມື່ອປີ 2004 ແລະ ປີ 2008, ຖ້າທຽບໃສ່ກັບກຳປັ່ນຖານທັບລຸ້ນກ່ອນ ມັນຈະມີການອອກແບບ
ທີ່ຄ້າຍຄືກັນແຕ່ລຸ້ນໃໝ່ນີ້ໄດ້ມີການຂະຫຍາຍພື້ນທີ່ເພື່ອຮອງຮັບອາວຸດທີ່ມີຄວາມທັນສະໄໝ ໄດ້ຕື່ມອີກຫຼາຍຊະນິດເຊັ່ນ: ລະບົບປ້ອງກັນຂີປະນາວຸດ AN/SPY-1D(V)
ລຸ້ນໃໝ່ສຸດ ຂອງພັນທະມິດນາໂຕ ແລະ ລະບົບອື່ນໆທີ່ມີຄວາມທັນສະໄໝໃນປັດຈຸບັນ, ພ້ອມນີ້ຍັງຖືກອອກແບບໃຫ້ມີຄວາມແຕກຕ່າງ ກັບກຳປັ່ນຖານທັບຂອງ ອາເມ
ຣິກາ ອີກດ້ວຍເພາະມີທໍ່ຍິງຂີປະນາວຸດເຖິງ 96 ທໍ່ເພື່ອຊ່ວຍໃຫ້ຍິງຂີປະນາວຸດໄດ້ຫຼາຍປະເພດ.