ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ເປັນ​ຄູ່​ແຂ່ງ​ສຳຄັນ​ໃນ​ການ​ຜະລິດ​ລົດ​ໄຟ​ຄວາມ​ໄວ​ສູງ


ລົດ​ໄຟ​ຄວາມ​ໄວ​ສູງ

     ອຸດສາຫະກຳການຂົນສົ່ງທາງລົດໄຟຂອງ ຈີນ ແມ່ນຢູ່ໃນແຖວໜ້າຂອງໂລກ ແລະ ເປັນການຊ່ວງຊີງອຸດສາຫະກໍາໂລກໃນຮອບໃໝ່.

     ຈີນ ໃນຖານະເປັນໜຶ່ງໃນອຸດສາຫະກໍາທີ່ມີລະດັບປະດິດສ້າງ ທີ່ເປັນເອກະລາດສູງ, ຄວາມສາມາດໃນການແຂ່ງຂັນສາກົນທີ່ເຂັ້ມແຂງ, ການພັດທະນາອຸດສາຫະ
ກຳການຂົນສົ່ງທາງລົດໄຟ ໄດ້ເປັນໂອກາດທີ່ດີສຳລັບການຫັນປ່ຽນເທັກໂນໂລຢີທີ່ເຂັ້ມຂຸ້ນ, ດ້ວຍການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງຂອງເທັກໂນໂລຢີທີ່ສັບ ຊ້ອນເຊັ່ນ:
Internetof Things, ຖານຂໍ້ມູນໃຫຍ່, ຄອມພິວເຕີ, ປັນຍາປະດິດ, ຫຸ່ນຍົນ, ພະລັງງານໃໝ່, ວັດສະດຸໃໝ່. ລະບົບການຂົນສົ່ງທາງລົດໄຟຮຸ່ນໃໝ່ຂອງ ຈີນ ກໍາລັງຈະ
ເຂົ້າສູ່ໄລຍະໃໝ່ ຂອງການພັດທະນາ, ລົດໄຟຄວາມໄວສູງຈະປະເຊີນໜ້າກັບຫຼາຍຢ່າງທີ່ທ້າທາຍທີ່ສຸດ.

     ປັດຈຸບັນ ຈີນກາຍເປັນຄູ່ແຂ່ງ

     ໃນການຜະລິດລົດໄຟຄວາມໄວສູງຂອງໂລກ. ຈີນເອງກໍປະສົມປະສານດ້ານເທັກໂນໂລຢີທີ່ທັນສະໄໝຢູ່ເທິງລົດໄຟ, ເຮັດໃຫ້ຄວາມສາມາດຂອງພວກເຮົາເຂັ້ມແຂງ
ຮອບດ້ານ, ໂອກາດຂອງຈີນນັບມື້ນັບໃຫຍ່ຂຶ້ນ, ຢືນຢູ່ໃນແຖວໜ້າການແຂ່ງຂັນອຸດສາຫະກຳ.