ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແສງ​ຍານຸພາບ ກອງທັບປົດປ່ອຍປະຊາຊົນຈີນ ໃນງານສະເຫຼີມສະຫຼອງ ວັນຊາດຄົບຮອບ 70 ປີ


ການສະແດງ ຂະບວນສວນສະໜາມຂອງ ກອງທັບປົດປ່ອຍປະຊາຊົນ ຈີນ

     ເມື່ອວັນທີ 1 ຕຸລາ ທີ່ຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເຂົ້າຮ່ວມການສະແດງຂະບວນສວນສະໜາມ ໃນງານສະເຫຼີມສະຫຼອງວັນຊາດຄົບຮອບ 70 ປີ
ຢ່າງຍິ່ງໃຫ່ຍ. ອາວຸດຍຸດໂທປະກອນທີ່ນຳມາສວນສະໜາມ ໃນຄັ້ງນີ້ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກອງທັບຈີນ ໃນວຽກງານປ້ອງກັນຊາດ. ຂະບວນສວນສະ
ໜາມ ແລະ ອາວຸດຍຸດໂທປະກອນທີ່ໄດ້ນໍາມາສະແດງນັ້ນ ມັນໄດ້ສະແດງອອກ ໃນ 4 ລັກສະນະແຕກຕ່າງກັນຄື:

     1. ແມ່ນການສະແດງໃຫ້ເຫັນ​ແສງຍານນຸພາບໃໝ່ ຂອງບັນດາປະເທດມະຫາອຳນາດ. ຂະບວນສວນສະໜາມຄັ້ງນີ້ ມີທັງໝົດ 32 ເຫຼົ່າຮົບ ແລະ ອາວຸດຍຸດໂທປະ
ກອນເຖິງ 580 ຊະນິດ ເຊິ່ງເປັນຂະບວນສວນສະໜາມທີ່ໃຫຍ່ກ່ວາໝູ່ໃນປະຫວັດສາດ.

     2. ແມ່ນສະແດງໃຫ້ເຫັນເຖິງຜົນສຳເລັດອັນໃໝ່ ຂອງວິທະຍາສາດ ແລະ ເທັກໂນໂລຢີທາງການທະຫານ. ອຸປະກອນທັງໝົດແມ່ນຢູ່ພາຍໃຕ້ການທົບທວນ ການຜະ
ລິດອຸປະກອນການສູ້ຮົບຕົ້ນຕໍພາຍໃນປະເທດ.

     3. ແມ່ນສະແດງໃຫ້ເຫັນເຖິງການປະຕິຮູບ ແລະ ການປ່ຽນແປງໃໝ່ແຫ່ງຜົນສຳເລັດ. ສາມາດມີຄວາມພ້ອມໃນການສູ້ຮົບທາງບົກ, ທາງທະເລ, ທາງອາກາດ, ເຣດາ
ແລະ ສື່ສານ. ມີທັງກໍາລັງຫຼັກ ແລະ ກໍາລັງສໍາຮອງ, ສາມາດທີ່ຈະຮັບມືກັບຝ່າຍກົງກັນຂ້າມໄດ້ໃນທຸກຮູບແບບ.

     4. ແມ່ນສະແດງເຖິງອົງປະກອບດ້ານການທະຫານ, ຄວາມສາມາດໃໝ່ຂອງການປະສານງານກັນໃນແຕ່ລະເຫຼົ່າທັບ ເປັນຕົ້ນເຫຼົ່າທັບທະຫານຮາບ, ທະຫານເຮືອ, ທະ
ຫານອາກາດ, ເຫຼົ່າທັບລູກສອນໄຟ, ກອງກຳລັງຍຸດທະສາດ, ກອງຂົນສົ່ງລ້ວນແຕ່ມີການປະສານງານຢ່າງສອດຄ່ອງ.