ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານ​ວາງສະ​ແດງ​ເທັກ​ໂນ​ໂລ​ຢີປ້ອງ​ກັນຊາ​ດຄັ້ງ​ໃຫ່ຍທີ່​ສຸດ
ໃນ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ອອກ​ເອີ​ຣົບ


ບັນດາເຮລີກົບແຕທີ່ວາງສະແດງໃນງານ

     ຂ່າວຈາກ QDNDໃຫ້ຮູ້ວ່າ: ເມື່ອທ້າຍເດືອນພຶດສະພາທີ່ຜ່ານມາໄດ້ມີການຈັດງານວາງສະແດງເທັກໂນໂລຢີສາກົນ 2019 (IDET 2019) ຂຶ້ນທີ່ເມືອງ Brno ເປັນ
ງານວາງສະແດງນໍາສະເໜີຜະລິດຕະພັນອາວຸດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສາທາລະນະລັດເຊັກ.

     ທ່ານນາຍົກລັດຖະມົນຕີ AndrejBabiš ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ LubomírMetnar ຂອງ ສ ເຊັກໄດ້ເຂົ້າຮ່ວມເປີດພິທີງານ IDET 2019,
ນອກຈາກນັ້ນຍັງມີແຂກຕ່າງປະເທດເຊິ່ງສ່ວນໃຫ່ຍແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ, ທູດທະຫານປະຈຳສເຊັກເກືອບ 20 ປະ
ເທດເຂົ້າຮ່ວມ.

     ນີ້ເປັນໜຶ່ງໃນງານວາງສະແດງເທັກໂນໂລຢີດ້ານອາວຸດປ້ອງກັນຊາດທີ່ໃຫ່ຍທີ່ສຸດ ໃນເຂດພາກກາງ ແລະ ພາກຕາເວັນອອກ, ເຊິ່ງຜູ້ເຂົ້າຊົມສາມາດຊົມອາວຸດຫລາກ
ຫຼາຍຊະນິດທີ່ທັນສະໄໝຕ່າງໆຂອງຜູ້ຜະລິດ.

     ທ່ານພົນຈັດຕະວາ Jaroslav Schon, ຮອງກົມພະລາທິການກອງທັບ ສ ເຊັກ, ປະທານການຈັດງານ IDET ກ່າວວ່າ: "ກະຊວງປ້ອງກັນປະເທດ ສເຊັກ ໄດ້ກາຍເປັນ
ຄູ່ຮ່ວມມືໃນການຈັດງານນີ້. ເຊິ່ງງານວາງສະແດງໃນປີນີ້ຍັງຄົງສືບຕໍ່ນຳສະເໜີບັນດາເທັກໂນໂລຢີປ້ອງກັນຊາດໃໝ່ຫຼ້າສຸດ ແລະ ທີ່ທັນສະໄໝທີ່ສຸດ ຂອງ ສ ເຊັກ.ງານວາງ
ສະແດງ ປີນີ້ລວມມີ 3 ພາກສ່ວນຄື: ວາງສະແດງເທັກໂນໂລຢີປ້ອງກັນຊາດ-IDET; ງານວາງສະແດງການບໍລິການ ແລະ ອຸປະກອນດັບເພີງທາງສາກົນ PYROS ແລະ
ງານວາງສະແດງການໃຫ້ ການບໍລິການເທັກໂນໂລຢີດ້ານ ຄວາມປອດໄພສາກົນ ISET”.

     ໃນຖານະແຂກຖືກເຊີນ ທ່ານ ພົນເອກ Pavel Stefka, ອາດີດຫົວໜ້າກົມໃຫ່ຍເສນາທິການກອງທັບສເຊັກໃຫ້ຮູ້ວ່າ: ງານ IDET 2019 ແມ່ນກະຊວງປ້ອງກັນປະ
ເທດ ສເຊັກ ເປັນຜູ້ຈັດໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ. ນີ້ເປັນ 1 ໃນຈໍານວນ 5 ງານວາງສະແດງອຸດສາຫະກໍາປ້ອງກັນຊາດທີ່ໃຫຍ່ທີ່ສຸດໃນເອີຣົບ.

     ໃນປີ 2019, ກອງທັບ ສເຊັກ ໄດ້ສັ່ງຊື້ຜະລິດຕະພັນອາວຸດນໍາບໍລິສັດຜະລິດພາຍໃນປະເທດ ມູນຄ່າ 25 ຕື້ curon (ສະກຸນເງິນ ສເຊັກ) ຫຼື ປະມານ 1 ຕື້ ເອີໂຣ. ທ່າ
ແຮງຂອງຂະແໜງອຸດສາຫະກໍາປ້ອງກັນຊາດ ສ ເຊັກ ລວມມີ: ພາຫະນະສູ້ຮົບທາງອາກາດ, ເທັກໂນໂລຢີຄອມພິວເຕີ, ອຸປະກອນການແພດ, ອຸປະກອນກູ້ໄພກູ້ຊີບ ແລະ ພາ
ຫານະກົນຈັກໜັກສຳລັບທະຫານຮາບ. ຜະລິດຕະພັນທີ່ໂດ່ງດັງຂອງ ສ ເຊັກ ຄື ລາດາ, ຍົນເຝິກແອບແລະພາຫະນະບໍ່ມີຄົນຂັບ.

     ງານວາງສະແດງ IDET ຈັດຂຶ້ນທີ່ເມືອງ Brno 2 ປີຕໍ່ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 15. ເມື່ອປີ 2017 ທີ່ຜ່ານມາມີ 388 ບໍລິສັດຈາກ 30 ປະເທດເຂົ້າຮ່ວມ, ມີຜູ້ເຂົ້າຊົມ
30.000 ເທື່ອຄົນ. ໃນປີ 2019 ນີ້, ມີ 520 ບໍລິສັດຈາກ 35 ປະເທດເຂົ້າຮ່ວມ.