ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຊາ ສົ່ງຍານ​ສຳຫຼວດຂຶ້ນດາວ​ອັງຄານ


ຍານ​ສຳຫຼວດດາວ​ອັງຄານ

     ທ່ານ ຈິມ ໄບຣເດີນໄຕ ຜູ້ອໍານວຍການອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຂອງສະຫະລັດອາເມຣິກາ (ນາຊາ) ໄດ້ເປີດເຜີຍຄວາມພ້ອມ ແລະ ເປົ້າ
ໝາຍຂອງການຍິງສົ່ງລູກສອນໄຟ Atlas V-541 ບັນທຸກຍານ ເພີເຊເວຍແຣນ ຂຶ້ນຈາກຖານຍິງສົ່ງລູກສອນໄຟທີ່ແຫຼມຄານາ ເວຣັດລັດຟໍລິດາ, ເຊິ່ງຕາມກໍານົດແມ່ນ
ວັນທີ 30 ກໍລະກົດ.

     ຍານສໍາຫຼວດ ເພີເຊເວຍແຣນ ມີມູນຄ່າສູງເຖິງ 2.700 ລ້ານ ໂດລາສະຫະລັດ, ເຊິ່ງເປັນຍານທີ່ຕິດຕັ້ງອຸປະກອນເຕັກໂນໂລຊີທີ່ທັນສະໄໝຂອງນາຊາ ພ້ອມທັງກ້ອງ
ຖ່າຍພາບ ແລະ ໄມ ເຊິ່ງຈະເຮັດພາລະກິດໃນ ການສໍາຫຼວດສະພາບອາກາດຕະຫຼອດຈົນເຖິງພື້ນທີ່ດາວອັງຄານ, ການຂຸດເຈາະຊັ້ນດິນ, ຖ່າຍພາບ, ບັນທຶກສຽງແລ້ວສົ່ງ
ຂໍ້ມູນກັບມາຍັງໂລກ. ຍານດັ່ງກ່າວໃຊ້ເວລາເກືອບ 7 ເດືອນ ເດີນທາງຈາກໂລກເຖິງວົງໂຄຈອນດາວອັງຄານ ໂດຍມີການຄາດວ່າຈະລົງຈອດດ້ວຍລະບົບ ສະກາຍ ເຄຣນ
ທີ່ບໍລິເວນຂຸມອຸກະບາດ ເຈເຊໂຣ ໃນວັນທີ 18 ກຸມພາ 2021 ໂດຍສະຖານທີ່ລົງຈອດແຫ່ງນີ້ຈະເປັນຈຸດທີ່ນັກວິທະຍາສາດ ຂອງນາຊາ ຄາດວ່າເຄີຍເປັນແຫຼ່ງນໍ້າມາກ່ອນ
ແລະ ເຊື່ອວ່າຈະມີຮອງຮອຍຂອງສິ່ງທີ່ມີຊີວິດທີ່ເຄີຍຢູ່ເທິງດາວອັງຄານ.

     ເດືອນນີ້ເປັນໄລຍະທີ່ໄລຍະຫ່າງລະຫວ່າງດາວອັງຄານກັບ ໂລກມາຮອດຈຸດເໜາະສົມໃນການສົ່ງຍານອະວະກາດໄປຕາມ ເສັ້ນໂຄຈອນຂອງວົງໂຄຈອນ Hohmann
Transfer Orbit, ເຊິ່ງເປັນໄລຍະທາງສັ້ນທີ່ສຸດ ເພື່ອໃຫ້ເຖິງຈຸດໝາຍໄດ້ໄວທີ່ສຸດ ແລະ ເປັນການປະຢັດພະລັງງານອີກດ້ວຍ.