ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ມີ​ອາວຸດ​ຄວາມ​ໄວ​ກວ່າ​ສຽງຊັ້ນ​ນຳ​ຂອງ​ໂລກ


ອາວຸດ​ຄວາມ​ໄວ​ກວ່າ​ສຽງຊັ້ນ​ນຳ​ຂອງ​ໂລກ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ມີຫຼາຍປະເທດມະຫາອໍານາດພວມແຂ່ງຂັນກັນສ້າງອາວຸດທີ່ມີຄວາມໄວກວ່າສຽງລຸ້ນໃໝ່ໆຂຶ້ນ
ໃນນັ້ນ ຣັດເຊຍ ກໍເປັນປະເທດໜຶ່ງທ່ີຖືກໍາມະສິດ ໃນການຄອບຄອງອາວຸດທີ່ມີຄວາມໄວກວ່າສຽງຢູ່ໃນແຖວໜ້າຂອງໂລກ.

     ທ່ານ ວາລາດີເມຍ ປູຕີນ ປະທານາທິບໍດີ ຣັດເຊຍ ກ່າວວ່າ: ປັດຈຸບັນ, ບັນດາປະເທດມະຫາອໍານາດດ້ານການທະຫານຊັ້ນນຳຂອງໂລກກໍາລັງພັດທະນາອາວຸດຍຸດ
ໂທປະກອນທີ່ມີຄວາມໄວກວ່າສຽງຂຶ້ນ, ຣັດເຊຍກໍເປັນປະເທດໜຶ່ງທີ່ມີອາວຸດດັ່ງກ່າວ ເຊິ່ງສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງຊາດ, ປົກປ້ອງອໍານາດອະທິປະໄຕ
ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນຈາກໄພຄຸກຄາມຂອງຝ່າຍກົງກັນຂ້າມ, ທ່ານ ວາລາດີເມຍ ປູຕີນ ຍັງໄດ້ຢືນຢັນວ່າ: ປັດຈຸບັນຍັງບໍ່ທັນມີປະເທດໃດໃນໂລກ ທີ່
ສາມາດຍິງຕ້ານ ແລະ ທໍາລາຍອາວຸດຄວາມໄວກວ່າສຽງຂອງ ຣັດເຊຍ ໄດ້.

     ບັນດາຜູ້ຊ່ຽວຊານທາງການທະຫານຂອງ ຣັດເຊຍ ກ່າວວ່າ: ຣັດເຊຍ ມີຄວາມພ້ອມທີຈະສະໜອງຊັບພະຍາກອນ ໃຫ້ໂຮງງານອຸດສະຫະກໍາ ທາງການທະຫານ ເພື່ອ
ຜະລິດອາວຸດຍຸດໂທປະກອນທີ່ມີຄວາມໄວກວ່າສຽງລຸ້ນໃໝ່ອີກໃນອະນາຄົດ.