ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອຟີລິບປີນໄດ້ສໍາເລັດການປ່ອຍເຮືອກຳ​ປັ່ນຟຣີເກດລົງນໍ້າ


ເຮືອກຳ​ປັ່ນຟຣີເກດ BRP Jose Rizal (FF-150)

     ຕາມຂ່າວສານ Military weapons ລາຍງານລະບຸວ່າ: ກອງທັບເຮືອຟີລິບປີນໄດ້ສໍາເລັດພິທີປ່ອຍເຮືອກຳ​ປັ່ນຟຣີເກດຮຸ່ນໃໝ່ລົງນໍ້າ BRP Jose Rizal (FF-150)
ທີ່ອູ່ຕໍ່ເຮືອຂອງບໍລິສັດ Hyundai Heavy Indus­tries (HHI) ເມືອງອຸລຊານ ສ ເກົາຫຼີ ໂດຍເຮືອກຳ​ປັ່ນ​ດັ່ງກ່າວມີຄວາມຍາວ 107,5 ແມັດ, ກວ້າງ 13,8 ແມັດ, ກິນ
ນໍ້າເລີກ 3,65 ແມັດ, ມີນໍ້າໜັກ 2.600 ໂຕນ, ຄວາມໄວສູງສຸດ 40 ກິໂລແມັດຕໍ່ຊົ່ວໂມງ, ໄລຍະປະຕິບັດການ 8.100 ກິໂລແມັດ, ໃຊ້ລະບົບຂັບເຄື່ອນແບບ CODAD
ລະບົບໄຟຟ້າກຳລັງລວມ 650 Kw, ບັນຈຸລູກເຮືອໄດ້ 110 ຄົນ.

     ໂດຍເຮືອລໍາດັ່ງກ່າວໃຊ້ໃນພາລະກິດຕໍ່ຕ້ານໄພທາງອາກາດ, ພາລະກິດຕໍ່ຕ້ານໄພຈາກພາກພື້ນ, ພາລະກິດຕໍ່ຕ້ານ ແລະ ທຳລາຍເຮືອດຳນໍ້າ ແລະ ພາລະກິດຕໍ່ຕ້ານສົງ
ຄາມອິເລັກໂຕຣນິກ ເຊິ່ງຕິດປືນໃຫ່ຍຂະໜາດ 76 ມມ ແລະ ສາມາດຕິດຕັ້ງທໍ່ຍິງແນວດິ່ງແບບ Mk.41 VLS ສໍາລັບ ESSM ໄດ້ລວມເຖິງທໍ່ຍິງຕອກປີໂດເບົາປາບເຮືອ
ດຳນໍ້າ ແລະ ທໍ່ຍິງອາວຸດປ່ອຍນໍາວິຖີຕໍ່ຕ້ານເຮືອແບບ Harpoon ນໍາອີກດ້ວຍ.

     ນອກຈາກນີ້ຍັງມີປືນຕິດເຮືອຂະໜາດ 30 ມມ, ລະບົບປ້ອງກັນໄລຍະປະຊິດແບບ MK15 Phalanx CIWS ແລະ ອາວຸດປ່ອຍນໍາວິຖີພື້ນສູ່ອາກາດໄລຍະປະຊິດ
(SAM) ໂດຍຈະປະຈຳການໃນເດືອນກັນຍານີ້.