ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເບິ່ງ​ງົບປະມານ​ການຈັດ​ຊື້​ອາວຸດ​ຂອງ​ກອງທັບ​ໄທ ປີ 2022


     ອີງຕາມສໍານັກຂ່າວຕ່າງປະເທດໃຫ້ຮູ້ໃນ ວັນທີ 16 ມີນາຜ່ານມາ, ຄະນະລັດຖະມົນຕີໄທ ມີມະຕິຕັດ ນັດງົບປະມານລາຍຈ່າຍປະຈໍາ ປີ 2022 ມູນ
ຄ່າ 3,1 ລ້ານ ລ້ານບາດ (ສະກຸນເງິນໄທ) ຫຼຸດລົງ 1,8 ແສນລ້ານບາດ ແຕ່ກໍ່ຍັງເປັນການຂາດດຸນງົບປະມານເຖິງ 7 ແສນລ້ານບາດ ແລະ ສົ່ງຜົນໃຫ້ງົບ
ປະມານຂອງ ກະຊວງ ໃຫຍ່ຕ່າງໆຫຼຸດລົງໄປຕາມໆກັນ.

     ໃນສ່ວນຂອງ ກະຊວງກະລາໂຫມຊື່ໄທ (ກະຊວງປ້ອງກັນປະເທດ) ນັ້ນ, ລັດຖະບານໄດ້ສະເໜີ ຕໍ່ລັດຖະສະພາ ເພື່ອຂໍງົບປະມານຈໍານວນ 2,03 ແສນ
ລ້ານບາດ ແຕ່ສະພາສຽງສ່ວນຫຼາຍບໍ່ເຫັນດີຈິ່ງລົງມະຕິໃຫ້ປັບຫຼຸດລົງ 1,1 ໝື່ນລ້ານບາດ ຫຼື ຫຼຸດລົງປະມານ 5,4% ເຊິ່ງເປັນການປັບຫຼຸດທຸກໜ່ວຍງານ
ໃນ ກະຊວງປ້ອງກັນປະເທດ. ສໍາລັບງົບປະມານຂອງກອງທັບທັງ 3 ເຫຼົ່າທັບ ແລະ ໂຄງການຈັດຊື້ອາວຸດ ນັ້ນໄດ້ມີການປັບຫຼຸດລົງຕາມຕົວເລກ ລະອຽດ
ດັ່ງນີ້.

     1. ກອງທັບບົກ ຂຶ້ນ​ແຜນ​ຈັດ​ງົບປະມານ ຈັດຫາຊື້ ອາວຸດ ທັງໝົດຕົວເລກສະເໜີ 2,83 ໝື່ນລ້ານບາດ ຫຼຸດລົງ 5,9 ພັນລ້ານບາດ ເຫຼືອປະມານ
2,23 ໝື່ນລ້ານບາດ.

     2. ກອງທັບເຮືອ ຂຶ້ນ​ແຜນຈັດຫາຊື້ອາວຸດທັງໝົດຕົວເລກສະເໜີ 1,5 ໝື່ນລ້ານບາດ ຫຼຸດລົງ 460 ລ້ານບາດ ເຫຼືອປະມານ 1,46 ໝື່ນລ້ານບາດ.

     3. ກອງທັບອາກາດ ຂຶ້ນ​ແຜນຈັດຫາ ຊື້ອາວຸດທັງໝົດຕົວເລກສະເໜີ 2,07 ໝື່ນລ້ານບາດ ຫຼຸດລົງ 1,14 ພັນລ້ານບາດ ເຫຼືອປະມານ 1,96 ໝື່ນ
ລ້ານບາດ.

     ງົບປະມານຂອງ ກະຊວງປ້ອງກັນປະເທດໄທ, ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 2-3 ປີມານີ້ ພາຍຫຼັງມີການເລືອກຕັ້ງມີສະພາຜູ້ແທນລາຊະດອນ
ບວກກັບປະເທດຊາດກໍາລັງປະເຊີນກັບວິກິດການດ້ານເສດຖະກິດທົດຖອຍອັນເນື່ອງມາຈາກຫຼາຍປັດໃຈ ເຊິ່ງລັດຖະບານຕ້ອງຫຼຸດງົບປະມານລາຍຈ່າຍລົງ
ແລະ ລາຍຈ່າຍຂອງ ກະຊວງປ້ອງກັນປະເທດ ນັ້ນບໍ່ເກີດປະໂຫຍດຕໍ່ເສດຖະກິດຂອງປະເທດ ໂດຍສະເພາະແມ່ນງົບຊື້ອາວຸດທີ່ເປັນການຊື້ອາວຸດຈາກຕ່າງປະ
ເທດ. ດັ່ງນັ້ນ, ຈິ່ງເປັນເປົ້າໝາຍໃນການຖືກປັບຫຼຸດລົງ.

     ນອກນັ້ນ, ຍັງມີຫຼາຍໂຄງການຖືກຕັດລົງ, ແຕ່ມີຂໍ້ສັງເກດຄືງົບປະມານການຈັດຫາຂອງກອງທັບເຮືອຫຼຸດລົງໜ້ອຍກວ່າກອງທັບອື່ນໆ ຄື ຫຼຸດລົງພຽງ
460 ລ້ານບາດ ເຊິ່ງເຫດຜົນອາດຈະມາຈາກປີງົບປະມານ 2021 ກອງທັບເຮືອມີງົບຊື້ອາວຸດໜ້ອຍຢູ່ແລ້ວ ເພາະຍັງບໍ່ໄດ້ດໍາເນີນການຈັດຊື້ເຮືອດໍານໍ້າລໍາທີ
2 ແລະ 3 ຈິ່ງເຮັດໃຫ້ ປີ 2022 ຖືກປັບຫຼຸດລົງບໍ່ຫຼາຍ.