ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ​ເປີດ​ເຜີຍເຮືອບິນໂຈມຕີໄລຍະໄກໃນອະນາຄົດ


ເຮືອບິນໂຈມຕີໄລຍະໄກໃນອະນາຄົດ

     ຝ່າຍເລຂາທິການກອງທັບບົກ ສະຫະລັດອາເມຣິກາ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສ ກອງທັບ ໄດ້ອອກມາເປີດເຜີຍລາຍລະອຽດເພີ່ມຕື່ມກ່ຽວກັບຄວາມຄືບໜ້າ ເຮືອ
ບິນໂຈມຕີໄລຍະໄກໃນອະນາຄົດ ຫຼື ໂປຣແກຣັມ FLRAA ທີ່ມີຈຸດປະສົງເພື່ອ ຊອກຫາຕົວແທນຂອງ ເຮລີກົບແຕ UH-60 Black hawk ຕາມການລາຍງານຂອງສື່
ກອງທັບ ສະຫະລັດ.

     ປັດຈຸບັນນີ້, ທີມທີ່ເຂົ້າຮ່ວມແຂ່ງຂັນໃນໂຄງການຈັດຊື້ ເຮລີກົບແຕ ມາທົດແທນ UH-60 Black hawk ນັ້ນ ມີຢູ່ 2 ທີມ ຄື: 1.Bell Textron - Bell V-280
Valor; 2. Sikorsky/Boeing - SB-1 Defiant. ເຊິ່ງປັດຈຸບັນທັງສອງທີມນັ້ນຍັງຢູ່ໃນລະຫວ່າງຂັ້ນຕອນ ການພັດທະນາຕົ້ນແບບ ເຮລີກົບແຕ ຂອງແຕ່ລະທີມໃຫ້
ພ້ອມສໍາລັບການທົດສອບທີ່ທາງໂຄງການໄດ້ກໍານົດໄວ້, ໂດຍຂໍ້ກໍານົດທີ່ທາງເລຂານຸການໄດ້ເປີດເຜີຍມາເພີ່ມຕື່ມກໍຄື: 1. ເຮລີກົບແຕ ຈະຕ້ອງມີຄວາມສາມາດ ໃນ
ການສົ່ງກັບສາຍແພດ, 2. ຈະຕ້ອງມີອັດຕາການບິນລະດັບ 45 ແມັດຕໍ່ນາທີໃນແນວດິ່ງ, 3. ສາມາດທໍາການບິນໄດ້ສູງ 540 ແມັດໃນອຸນະພູມ 95 ອົງສາຟາເຣນໄຮ,
ພ້ອມຜູ້ໂດຍສານ 12 ຄົນ ແລະ ທໍາການບິນໄປໄດ້ໄກ 4.467 ກິໂລແມັດ ໂດຍບໍ່ຕ້ອງຕື່ມນໍ້າມັນ. 4. ຄວາມໄວບໍ່ຕໍ່າກວ່າ 828,8 ກິ ໂລແມັດຕໍ່ຊົ່ວໂມງ ແລະ ສິ່ງທີ່
ສໍາຄັນໃນໂຄງການນີ້ ຄືດັ່ງທີ່ ທ່ານ ແມັກຄາດີ ໄດ້ກ່າວໄວ້ ວ່າ:ຈະຕ້ອງທໍາການທົດລອງບິນກ່ອນທີ່ຈະຊື້.