ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍເປີດເຜີຍລະບົບ​ປ້ອງ​ກັນ​ອາກາດ​ທັນ​ສະ​ໄໝກວ່າ​ເກົ່າ


     ສຳນັກຂ່າວ ຊິນຮວາ ລາຍ ງານວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ເປີດເຜີຍວ່າ ໄດ້ຮັບມອບລະບົບຂີປະນາວຸດ ເອສ-350 ວີຕີແຢັດ (S-350 Vityaz) ໃໝ່ຫຼ້າ
ສຸດເປັນຄັ້ງທຳອິດ ເຊິ່ງໄດ້ຮັບການອອກແບບມາເພື່ອໃຊ້ງານຄຸ້ມກັນກອງທັບ ແລະ ອຸປະກອນພາກພື້ນດິນຕ່າງໆ ຈາກການໂຈມຕີທາງອາກາດ ໂດຍວີຕີແຢັດ ມີຄວາມ
ໝາຍວ່າ ນັກຮົບ.

     ແຫຼ່ງຂ່າວລະບຸວ່າ: ຣັດເຊຍ ຈັດພິທີສົ່ງມອບລະບົບຂີປະນາວຸດ ຍິງຈາກພື້ນສູ່ອາກາດດັ່ງກ່າວທີ່ຖານຍິງຈະຫຼວດຄາປຸສຕິນຢາຣ (Kapustin Yar) ໃນແຄວ້ນ
ອັສຕຣາຮັນ (Astrak-han) ທາງພາກໃຕ້ຂອງ ຣັດເຊຍ. ໂດຍບໍລິສັດອັລມາຊ-ແອນເທຍ (Almaz-Antey) ເປັນຜູ້ຜະລິດ ພ້ອມລະບຸເທິງເວັບໄຊຂອງບໍລິ ສັດວ່າລະບົບ
ວີຕີແຢັດ ປະກອບໄປດ້ວຍເຄື່ອງປ່ອຍຂີປະນາວຸດຂັບເຄື່ອນດ້ວຍຕົນເອງ ຣາດາ ທີ່ເຮັດວຽກຄອບຄຸມ 360 ອົງສາ ແລະ ປ້ອມບັນຊາການເຄື່ອນທີ່ ໂດຍກອງທັບຈະນຳມາ
ຕິດຕັ້ງແທນທີ່ລະບົບຂີປະນາວຸດຕໍ່ຕ້ານອາກາດຍານ ເອສ-300 (S-300) ທີ່ໃຊ້ງານມາດົນ. ນອກນັ້ນລະບົບວີຕີແຢັດຮູບແບບໃໝ່ນີ້ມີອານຸພາບໃນການທຳລາຍລ້າງ
ເປົ້າໝາຍເທິງອາກາດທີ່ຢູ່ຄວາມສູງ 30 ກິໂລແມັດ ຫ່າງອອກ ໄປ 60 ກິໂລແມັດ ໄດ້ສາມາດໂຈມຕີເປົ້າໝາຍເຖິງ 16 ເປົ້າໝາຍເພີ່ມຈາກເມື່ອກ່ອນທີ່ໄດ້ 4 ເປົ້າໝາຍ
ແລະ ທີ່ສຳຄັນທີ່ສຸດຄື ເຄື່ອງປ່ອຍຍັງຍິງ ຂີປະນາວຸດ ໄດ້ເຖິງ 12 ລູກ ຫຼາຍກວ່າລະບົບ S-300 ທີ່ໃຊ້ມາກ່ອນໜ້ານີ້ ເຊິ່ງສາມາດຍິງໄດ້ພຽງ 4 ລູກ.

     ເມື່ອປີ 2013 ບໍລິສັດ ໄດ້ຈັດສະແດງຕົ້ນແບບລະບົບວີຕີແຢັດເຕັມຮູບແບບໃນງານ ມົດສະໂກ ແອຣໂຊວ (MAKS) ເຊິ່ງເປັນງານຈັດສະແດງດ້ານອາກາດຍານ ແລະ
ອາວະກາດ ແລະ ພັດທະນາລະບົບດັ່ງກ່າວມາແຕ່ປີ 2007 ນອກຈາກນັ້ນ ບໍລິສັດ ເປີດເຜີຍວ່າໄດ້ທໍາການທົດສອບລະບົບ S-350 ສຳເລັດເມື່ອ ເດືອນ ມີນາ 2019.