ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝຣັ່ງ ມີ​ແຜນຈະ​ມອບສົ່ງກໍາປັ່ນດໍານໍ້າ​ໃຫ້ກອງທັບເຮືອ ໂຮນລັງ


ກຳປັ່ນດໍານໍ້າ

     ຕາມຂ່າວຈາກ QĐND Online ລາຍງານໃນ ວັນທີ 3 ທັນວາ ນີ້ວ່າ: ບໍລິສັດ Naval Group (DCNS) ຜະລິດກໍາປັ່ນດໍານໍ້າຂອງ ຝຣັ່ງ ກຽມພ້ອມທີ່ຈະສະໜອງ
ກໍາປັ່ນຮົບດໍານໍ້າ Barracuda ໃຫ້ປະເທດ ໂຮນລັງ ເພື່ອປ່ຽນແທນກໍາປັ່ນດໍານໍ້າ Amsterdam ຮຸ່ນເກົ່າທີ່ກໍາລັງປະຈໍາການໃນ ກອງທັບເຮືອໂຮນລັງ.

     ກອງທັບ ໂຮນລັງ ມີແຜນທີ່ຈະປະກອບກໍາປັ່ນດໍານໍ້າຮຸ່ນໃໝ່ຈໍານວນ 4 ລໍາໃຫ້ແກ່ກອງທັບເຮືອ ເພື່ອປ່ຽນແທນກໍາປັ່ນດໍານ້ຳຮຸ່ນເກົ່າ ທີ່ກໍາລັງປະຈໍາການຢູ່ກອງທັບເຮືອ
ຂອງຕົນ ໃນປັດຈຸບັນດ້ວຍມູນຄ່າປະມານ 3 ຕື້ໂດລາ ສະຫະລັດ ແລະ ສັນຍາສົ່ງມອບກໍາປັ່ນລໍາທໍາອິດ ຈະມີຂຶ້ນໃນປີ 2027 ທີ່ຈະມາເຖິງ.

     ກໍາປັ່ນດໍານ້ຳ Barracuda ມີຄວາມຍາວ 99,5 ແມັດ, ກວ້າງ 8,8 ແມັດ, ຄວາມສູງ 7,3 ແມັດ, ຄວາມແຮງດັນນໍ້າເວລາຢູ່ໜ້າ ນໍ້າ 4,765 ໂຕນ, ຄວາມແຮງດັນ
ນໍ້າໃນເວລາຢູ່ໃຕ້ນໍ້າ 5.300 ໂຕນ ແລະ ມີການປະກອບອາວຸດທິ່ທັນສະໄໝ ເຊັ່ນ: ປືນກົນຂະໜາດໜັກ, ລູກສອນໄຟນໍາວິຖີ SM39 Exocet ແລະ ລູກສອນໄຟ ຕຣໍປີ
ໂດ່ FG29.