ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີເໜືອ ທົດລອງຍິງຂີປະນາວຸດຂ້າມ​ທະວີບ ຮຸ່ນ Super


ຂີປະນາວຸດຮຸ່ນSuper

     ອີງຕາມສໍານັກຂ່າວຂອງ ເກົາຫຼີເໜືອ ລາຍງານໃນ ວັນທີ 1 ພະຈິກນີ້ວ່າ: ສະຖາບັນປ້ອງກັນຊາດເກົາຫຼີເໜືອ ໄດ້ສຳເລັດການທົດລອງຍິງຂີປະນາວຸດຂະໜາດໃຫຍ່
ລຸ້ນໜຶ່ງ ໃນຕອນບ່າຍວັນທີ 31 ຕຸລາ.

     ຂ່າວລາຍງານວ່າ: ການທົດສອບດັ່ງກ່າວໄດ້ຖືກອອກແບບ ເພື່ອກວດສອບຄວາມປອດໄພຂອງລະບົບຍິງຕໍ່ເນື່ອງຂອງລູກສອນໄຟ Super, ຜ່ານການກວດກາ, ປະ
ສິດທິພາບການສູ້ຮົບ ແລະ ຄວາມສາມາດໃນການຕໍ່ສູ້ຕົວຈິງຂອງລະບົບອາວຸດໄດ້ຮັບການຢັ້ງຢືນ ໂດຍສະຖາບັນປ້ອງກັນຊາດ ໂດຍກົງກ່ຽວກັບຜົນຂອງການທົດສອບ
ທີ່ປະສົບຜົນສຳເລັດ, ໃນການຍິງທົດລອງໃຫ້ ຄະນະກຳມະການສູນກາງພັກເກົາຫຼີເໜືອ ໄດ້ຮັບຊົມ.

     ທ່ານ ກິມຈົງອຸນ ຜູ້ນຳສູງສຸດຂອງ ເກົາຫຼີເໜືອ ໄດ້ສະແດງຄວາມພໍໃຈຫຼາຍຫຼັງຈາກໄດ້ຮັບຟັງການລາຍງານດັ່ງກ່າວ ແລະ ຊົມເຊີຍ ນັກວິທະຍາສາດ ປ້ອງກັນປະເທດ
ເກົາຫຼີເໜືອ ທີ່ພະຍາຍາມໃຊ້ຄວາມອົດທົນນໍາໄປສູ່ຄວາມສໍາເລັດ.

     ຜົນງານທີ່ດີເລີດຂອງລະບົບຍິງຕໍ່ເນື່ອງໄດ້ຖືກພິສູດແລ້ວ ໂດຍການທົດສອບຄັ້ງນີ້ລະບົບຂີປະນາວຸດ ຂະໜາດໃຫຍ່ທີ່ມີຄວາມສາມາດໂຈມຕີດ້ວຍປະສິດທິພາບສູງ.
ຂີປະນາວຸດຂະໜາດໃຫຍ່ຊະນິດນີ້ ຈະກາຍເປັນ ໜຶ່ງໃນອາວຸດຫຼັກຂອງ ກອງທັບ ສປປ ເກົາຫຼີ ເພື່ອກຳຈັດທຸກການຂົ່ມຂູ່ຂອງຝ່າຍກົງກັນຂ້າມ.