ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເວເນຊູເອລາ ຈະຜະລິດປືນ AK-103 ພາຍໃນປະ​ເທດ


ປືນ AK-103

     ທາງບໍລິສັດ Kalashnikov ໄດ້ອອກມາແຈ້ງວ່າ: ໂຮງງານ ຜະລິດປືນຂອງບໍລິສັດ Kalash­nikov ທີ່ສ້າງຂຶ້ນໃໝ່ໃນປະເທດ ເວເນຊູເອລາ ຈະສ້າງສໍາເລັດ ແລ້ວ
ພາຍໃນປີ 2020-2021 ເຊິ່ງເປັນການຮ່ວມມືລະຫວ່າງ ເວເນຊູເອລາ ແລະ ບໍລິສັດ Ka­lashnikov. ການຮ່ວມມືໃນຄັ້ງນີ້ ແມ່ນເພື່ອຮອງຮັບສາຍການສ້ອມບໍາລຸງຮັກ
ສາອາວຸດຍຸດໂທ ປະກອນຂອງກອງທັບ ເວເນຊູເອລາ ເປັນຫຼັກ ແລະ ໃນຄະນະດຽວກັນກໍເພື່ອຮອງຮັບ ການຕັ້ງໂຮງງານເພື່ອໃຊ້ໃນການຜະລິດປືນ ທີ່ທາງການ ເວເນຊູເອ
ລາ ໄດ້ຊື້ລິຂະສິດໄປຜະລິດພາຍໃນປະເທດຂອງຕົນເອງ ເຊັ່ນ: ປືນ AK-103 ໂດຍເມື່ອທາງໂຮງງານຂອງ Kalashnikov ສ້າງສໍາເລັດກໍຈະເຮັດໃຫ້ ເວເນຊູເອລາ ມີ
ຄວາມສາມາດໃນການຜະລິດປືນ AK-103 ປີລະປະມານ 25.000 ກະບອກ ແລະ ຈະມີຄວາມສາມາດຜະລິດລູກປືນໄດ້ຫຼາຍເຖິງ 50 ລ້ານລູກຕໍ່ປີ.