ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝຣັ່ງມອບ​ຍົນ​ສູ້​ຮົບຣາຟາລ ຊຸດ​ທຳ​ອິດ​ໃຫ້ ​ອິນ​ເດຍ


ຍົນ​ສູ້​ຮົບຣາຟາລ

     ເອພີ ລາຍງານໃນ ວັນທີ 28 ກໍລະກົດ ວ່າ: ລັດຖະບານ ອິນເດຍ ຕົກລົງສັ່ງຊື້ຍົນສູ້ຮົບ ຣາຟາລ ທີ່ ຜະລິດໂດຍ ບໍລິສັດ ດາໂຊ ອາວີອາຊີອອງ ຂອງ ຝຣັ່ງ ລຸ້ນໃໝ່ຈໍາ
ນວນ 36 ລໍາ ໂດຍທາງການ ອິນເດຍ ບໍ່ໄດ້ເປີດເຜີຍເລື່ອງລາຄາ, ແຕ່ຜູ້ຊ່ຽວຊານປະເມີນວ່າອາດ ຈະຢູ່ທີ່ 9.400 ລ້ານໂດລາ ທ່າມກາງການປະທ້ວງຂອງຝ່າຍຄ້ານໃນ
ອິນເດຍ.

     ຖະແຫຼງການຂອງ ບໍລິສັດ ອາວີອາຊີອອງ ກ່າວວ່າ: ທີມນັກບິນກອງທັບອາກາດ ອິນເດຍ ໄດ້ ເດີນທາງໄປຮັບການເຝິກອົບຮົມການຂັບຂີ່ ຍົນຣາຟາລ ທີ່ ຝຣັ່ງ ຕັ້ງແຕ່
ເດືອນ ຕຸລາ 2019. ທັງນີ້, ຍົນຈໍານວນ 5 ລໍາ ຊຸດ​ທຳ​ອິດ​ໄດ້​ສົ່ງແມ່ນອອກຈາກຖານທັບອາກາດຂອງ ຝຣັ່ງ ເປັນທີ່ຮຽບຮ້ອຍແລ້ວ ແລະ ເດີນທາງຮອດ ອິນເດຍ ໃນວັນທີ
29 ກໍລະກົດ ນີ້. ແຕ່ໃນລະຫວ່າງການເດີນທາງດ້ວຍໄລຍະທາງ 7.000 ກິໂລແມັດ ໄດ້ເຕີມນໍ້າມັນຫຼາຍຄັ້ງກາງອາກາດແລະຕ້ອງໄດ້ລົງຈອດເປັນໄລຍະຕາມຖານທັບອາ
ກາດຂອງ ຝຣັ່ງໃນປະເທດພັນທະມິດ ກ່ອນ​ຈະ​ຮອດ​ປະ​ເທດ ອິນ​ເດຍ.