ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອໄທຊື້ກຳປັ່ນດໍານໍ້າລຳ​ທີ 2 ​ແລະ ​ປັ່ນ LPD ຈາກ​ຈີນ


     ກອງທັບເຮືອຂອງປະເທດ ໄທ ໄດ້ດໍາເນີນແຜນການຊື້ກຳປັ່ນດໍານໍ້າມູນຄ່າ 12.000 ລ້ານບາດ ຈາກປະເທດ ຈີນ. ເຊິ່ງຕອນນີ້ກໍາລັງລໍຖ້າໃຫ້ລັດຖະບານອະນຸມັດຮ່າງ
ກົດໝາຍງົບປະມານປີ 2020 ເຊິ່ງຄາດວ່າຈະໄດ້ຮັບການພິຈາລະນາໃນໄລຍະຈັດຫາງົບປະມານນີ້.

     ໂຄງການຈັດຫາກຳ​ປັ່ນດໍານໍ້າຄັ້ງນີ້ເລີ່ມຕົ້ນຂຶ້ນໃນ ລັດຖະບານຄະນະຮັກສາຄວາມສະຫງົບແຫ່ງຊາດ. ໂດຍຄະນະລັດຖະມົນຕີເຫັນດີໃນຫຼັກການ ໃນແຜນການຂອງ
ກອງທັບກຳ​ປັນທີ່ຈະຈັດຫາກຳ​ປັ່ນດໍານໍ້າ 3 ລໍາ ຈາກປະເທດ ຈີນ, ເຊິ່ງເປັນສ່ວນໜຶ່ງຂອງແຜນການຈັດຫາ 36.000 ລ້ານບາດ ໂດຍໂຄງການດັ່ງກ່າວໄດ້ນໍາສະເໜີຕໍ່ລັດ
ຖະມົນຕີໃນວັນທີ 25 ຕຸລາ 2016 ຈົນຮອດວັນທີ 18 ເມສາ 2017 ລັດຖະມົນຕີໄດ້ອານຸມັດການຈັດຫາກຳ​ປັ່ນດໍານໍ້າ S26T ລໍາ ທໍາອິດມີມູນຄ່າ 13.500 ລ້ານ ບາດ
ຈາກປະເທດ ຈີນ, ຕໍ່ມາກອງທັບເຮືອ ແລະ China Ship­building and Offsho­re International Co. (CSOC) ໄດ້ລົງນາມສັນຍາຈັດຊື້ຈັດຈ້າງປະເທດ ຈີນ
ໃນວັນທີ 4 ພຶດສະພາ 2017 ແລະ ໄດ້ມີການຕັດແຜ່ນເຫຼັກກຳ​ປັນໃນວັນທີ 4 ກັນຍາ 2018. ໂດຍກອງທັບເຮືອມີງົບປະມານຜູກພັນທີ່ຈະຈ່າຍໃນໂຄງການນີ້ຕັ້ງແຕ່ປີ
2017 ຈົນເຖິງປີ 2023 ເຊິ່ງຈະສາມາດສົ່ງມອບກຳ​ປັ່ນດໍານໍ້າລໍາທໍາອິດໄດ້ໃນກາງປີ 2023. ກອງທັບເຮືອໄທກ່າວວ່າ: ປະເທດ ໄທ ຕ້ອງການກຳ​ປັ່ນດໍານໍ້າທີ່ທັນສະໄໝ
ເພື່ອປົກປ້ອງຜົນປະໂຫຍດທາງ ທະເລຂອງຝັ່ງອ່າວໄທ ແລະ ອັນດາມັນ.

     ນອກນີ້ ກອງທັບຍັງມີແຜນຈະຈັດຫາກຳ​ປັ່ນຍົກພົນຂຶ້ນບົກຂະໜາດໃຫຍ່ (Landing PlatformDock ຫຼື LPD) ໃນມູນຄ່າປະມານ 4.000 ລ້ານບາດ ຈາກປະເທດ
ຈີນ ເພື່ອນໍາເຂົ້າມາໃຊ້ປະຕິບັດງານຄວບຄູ່ກັບກຳ​ປັ່ນຫຼວງອ່າງທອງ ເຊິ່ງການຈັດຫາກຳ​ປັ່ນ LPD ລໍາໃໝ່ນີ້ໄດ້ມີການເວົ້າເຖິງໄລຍະ 2-3 ປີ ທີ່ຜ່ານມາ. ໂດຍກ່ອນໜ້ານີ້
ຈີນກໍເຄີຍສະເໜີກຳ​ປັ່ນ LPD ເຂົ້າມາແຂ່ງຂັນໃນໂຄງການຈັດຫາກຳ​ປັ່ນຍົກພົນຂຶ້ນບົກຂະໜາດໃຫຍ່ ແຕ່ໃນຕອນນັ້ນກອງທັບເຮືອໄດ້ເລືອກກຳ​ປັ່ນ Endu­rance ຈາກ
ສິງກະໂປມູນຄ່າ 4.900 ລ້ານບາດ.