ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປໍ້າລົມໄຮເທັກຈາກ Xiaomi ໜ້າຕາຄ້າຍຄືກັບເຄື່ອງຫຼີ້ນ MP3


     ມາແລ້ວປໍ້າລົມໄຮເທັກຈາກ Xiaomi ໜ້າຕາຄ້າຍຄືກັບເຄື່ອງຫຼີ້ນ MP3 ທີ່ມີການອອກແບບມາສວຍງາມ, ເອົາໄປໃຊ້ງານງ່າຍພ້ອມລະບົບການເຮັດ ວຽກທີ່ດີເລີດ.

     ປໍ້າລົມໄຮເທັກນີ້ດ້ານໜ້າມີຈໍ LED ພ້ອມສະແດງຜົນຂໍ້ມູນ, ດ້ານລຸ່ມເປັນປຸ່ມຄວບຄຸມການເຮັດວຽກ ໂດຍໃຫ້ແຮງດັນຕັ້ງແຕ່ 3-150 psi 0,2-10,3 ບາ. ອອກ
ແບບມາໃຫ້ໃຊ້ງານງ່າຍສໍາລັບທຸກຄົນບໍ່ວ່າຈະມີຄວາມຮູ້ເລື່ອງແຮງດັນລົມ ຫຼື ບໍ່ກໍຕາມ ເພາະວ່າພາຍໃນໃດ້ບັນຈຸເຊັນເຊີວັດແທກແຮງດັນ ໂດຍມັນຈະປໍ້າລົມໃຫ້ອັດຕະ
ໂນມັດ ແລະ ຢຸດ ເມື່ອລົມເຕັມຕາມໂໝດທີ່ເຮົາ ເລືອກໄວ້.

     ການໃຊ້ງານກໍເຮັດໄດ້ສາລະພັດປະໂຫຍດ, ສູບລົມໄດ້ຕັ້ງແຕ່ ບານເຕະ, ຕີນລົດ ຖີບ, ຕີນລົດໃຫຍ່. ສາມາດສູບຕີນລົດໄດ້ 5 ເສັ້ນ, ຕີນລົດຖີບໄດ້ 8 ເສັ້ນ ຫຼື ບານ
ເຕະ 7 ໜ່ວຍຕໍ່ການ ສາກ 1 ຄັ້ງ. ພາຍໃນມີຖ່ານ 2 ກ້ອນບັນຈຸລວມ 2000 mAh ມາພ້ອມກັບທໍ່ຂະໜາດ 120 ມມ, ທີ່ມີຄວາມແຂງແຮງທົນທານ ສູງສາມາດໂຄ້ງ
ເກັບມ້ຽນໄດ້ຄື ກັບກະແຈພ້ອມລັອກໄດ້ແໜ້ນໜາ.

     ສ່ວນມໍເຕີທີ່ຢູ່ພາຍໃນນັ້ນຍັງບໍ່ມີລາຍລະອຽດອອກມາວ່າມີປະສິດທິພາບແບບໃດ, ແຕ່ທາງ Xiaomi ຢືນຢັນວ່າໄດ້ຜ່ານການທົດສອບຄວາມທົນທານ ແລະ ສາ
ມາດທົນຄວາມຮ້ອນໄດ້ເວລາທີ່ໃຊ້ງານຢ່າງຕໍ່ເນື່ອງ. ໃນກ່ອງນັ້ນຈະແຖມຫົວສູບລົມໃຫ້ 2 ຂະໜາດ, ສາຍ Micro USB ສໍາລັບສາກ ແລະ ກະເປົ໋າບັນຈຸ, ສ່ວນລາຄາ
ຂາຍແມ່ນ 199 ຢວນ.