ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາກິດສະຖານ ໄດ້ຮັບເຄື່ອງບິນສູ້ຮົບ 6 ລຳ ທຳອິດຈາກ ສປ ຈີນ


ເຄື່ອງບິນສູ້ຮົບລຸ້ນ J-10

     ສຳນັກຂ່າວເຈມ 360 ລາຍງານໃນ ວັນທີ 1 ເມສາ ນີ້ ວ່າ: ກອງທັບອາກາດຂອງ ປາກິດສະຖານ ໄດ້ຮັບເຄື່ອງບິນສູ້ຮົບລຸ້ນ J-10, ເຊິ່ງ ກອງທັບ
ປາກິດສະຖານ ໄດ້ຕົກລົງເຊັນສັນຍາ ຊື້ຈາກ ສປ ຈີນ ພິທີສົ່ງ-ມອບ ໃນຄັ້ງນີ້, ຖືເປັນຈຸດເລີ່ມຕົ້ນຂອງຄວາມອາດສາມາດທາງອາກາດ ໃນການປ້ອງກັນ
ນ່ານຟ້າຂອງປະເທດ ຕົນເພາະວ່ານີ້ແມ່ນ 6 ລຳ ທຳອິດຈາກການທີ່ສັ່ງຊື້ທັງໝົດ 36 ລຳ, ແນ່ນອນວ່າຈຸດປະສົງຫຼັກຂອງການນຳ​ເຂົ້າອາວຸດຍຸດໂທປະ
ກອນທາງການທະຫານຂອງປາກິດສະຖານເ​ແມ່ນ​ເພື່ອ​ເພີ່ມສະກະຍາພາບທາງນ່ານຟ້າ.

     ສຳລັບເຄື່ອງບີນ J-10 ນີ້, ຖືກນຳໃຊ້ໃນກອງທັບປົດປ່ອຍປະຊາຊົນຈີນ, ມີຂີດຄວາມສາມາດທີ່ຫຼາກຫຼາຍ, ສາມາດຕິດຕັ້ງລະບົບຂີປະນາວຸດ, ໂຈມ
ຕີແບບອາກາດສູ່ພຶ້ນດິນ, ມີລະບົບເຕືອນໄພ ແລະ ລະບົບຈໍຣາດາທີ່ທັນສະໄໝ, ສາມາດບິນໄດ້ໃນທຸກສະພາບອາກາດ ແລະ ທີ່ສຳຄັນມັນຍັງສາມາດຈັບ
ພິກັດເປົ້າໝາຍຂອງຝ່າຍກົງກັນຂ້າມໄດ້ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 05/04/2022