ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບລູກສອນໄຟປ້ອງກັນອາກາດລຸ້ນ​ໃໝ່ຂອງ ​ລັດ​ເຊຍ


ລະບົບລູກສອນໄຟປ້ອງກັນອາກາດ 9K35 St­reala-10 ຫຼື SA-13 Gopher ຂອງລັດເຊຍ

     ເຖິງວ່າລະບົບລູກສອນໄຟປ້ອງກັນອາກາດ 9K35 St­reala-10 ຫຼື SA-13 Gopher ຈະຍັງຖືກນໍາໃຊ້ຢ່າງຫຼວງຫຼາຍທັງໃນກອງທັບ ຣັດເຊຍ
ແລະ ບັນດາປະເທດທົ່ວໂລກ ລວມທັງມີການຍົກລະດັບຕໍ່ຍອດອອກມາຫຼາຍລຸ້ນ ໂດຍສະ​ເພາະ Streala-10M ແລະ ເມື່ອບໍ່ດົນມານີ້, ບໍລິສັດ
Kalashnikov ຫາກໍພັດທະນາລູກສອນໄຟລຸ້ນໃໝ່ຊື່ 9M333 ສໍາລັບລະບົບລູກສອນໄຟປ້ອງກັນອາກາດລຸ້ນດັ່ງກ່າວນັບ​ແຕ່​ໄດ້​ຜະລິດ​ ອອກມາຈົນ
ຮອດປັດຈຸບັນ Streala-10 ກໍຖືກນໍາໃຊ້ມາດົນກວ່າ 40 ປີ ຖືວ່າເກົ່າຫຼາຍແລ້ວ ບໍລິສັດ KBtochmash ຂອງ ຣັດເຊຍ ຈຶ່ງທໍາການພັດທະນາລະບົບ
ລະບົບລູກສອນໄຟປ້ອງກັນອາກາດລຸ້ນໃໝ່ຄື Sosna-R ສໍາລັບທົດແທນ Streala-10 M ແລະ ເປັນຕົວເລືອກທີ່ມີລາຄາຖືກກວ່າລະບົບລູກສອນ
ໄຟປ້ອງກັນອາກາດ Pantir-S1 ແລະ Tor.

     ລະບົບລູກສອນໄຟປ້ອງກັນອາກາດ Sosna-R ສາມາດເລືອກ ຕິດຕັ້ງ ໃນຕົວລົດ​ເຊິ່ງມີສາຍພານ MT- LB ຫຼື ລົດສູ້ຮົບທະຫານຣາບ BMP-3
ຣັດເຊຍກຳລັງພິຈາລະນາຕິດຕັ້ງ Sosna-R ໃນຕົວລົດຫຸ້ມເກາະ BTR-82A ແລະ ລົດຕັງ BMD-4M ເພີ່ມອີກ​ເຊິ່ງ ລົດຖານຍິງຄັນໜຶ່ງຈະໃຊ້ກໍາລັງ
ພົນປະຈໍາລົດ 2 ຄົນ, ມີລູກສອນໄຟ 12 ລູກ, ໄລຍະຍິງ 10 ກິໂລແມັດ ສາມາດປະຕິບັດການຍິງໃນເວລາເຄື່ອນທີ່ໄດ້, ຄົ້ນຫາເປົ້າໝາຍດ້ວຍກ້ອງກວດ
ຈັບຄວາມຮ້ອນ ແລະ ເລເຊີລູກສອນໄຟ, ເມື່ອປະຕິບັດການຍິງລູກສອນໄຟອອກໄປແລ້ວ ລູກສອນໄຟຈະມຸ່ງເຂົ້າຫາເປົ້າໝາຍດ້ວຍຕົວເອງ ບໍ່ຈໍາເປັນ
ຕ້ອງຊີ້ເປົ້າໝາຍໃຫ້ອີກ ແລະ ລົດຖານຍິງສາມາດຄົ້ນຫາເປົ້າໝາຍໃໝ່ ຫຼື ຖອນຕົວຈາກພື້ນທີ່ໄດ້.

     ຣັດເຊຍ ເລີ່ມດໍາເນີນການທົດສອບລະບົບລູກສອນໄຟປ້ອງກັນອາກາດ Sosna-R ລະຫວ່າງປີ 2015-2017 ແລະ ເປີດຕົວສູ່ສາທາລະນະຄັ້ງທໍາ
ອິດໃນງານວາງສະແດງອາວຸດ Army 2018 ກະຊວງປ້ອງກັນປະເທດ ຣັດເຊຍ ຕັດສິນໃຈຊອກຫາ Sosna-R ເຂົ້າປະຈໍາການໃນເດືອນພຶດສະພາ 2019
ມີກໍານົດສົ່ງມອບໃນປີ 2022, ນອກ​ນັ້ນ ຣັດເຊຍ ຍັງສະເໜີຂາຍລະບົບລູກສອນໄຟປ້ອງກັນອາກາດ ລຸ້ນນີ້ໃຫ້ລູກຄ້າຕ່າງປະເທດ ລວມທັງປະເທດ ໃນ
ທະວີບອາຊີຕາເວັນອອກສ່ຽງໃຕ້.