ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາເລເຊຍ ຈະ​ເຊົ່າເຮລີກົບແຕເພື່ອທົດແທນ S-61 Sea king

     ກອງທັບ ມາເລເຊຍ ກໍາລັງມີແຜນທີ່ຈະເຊົ່າ ເຮລີກົບແຕ ເພື່ອທົດແທນຝູງບິນ ເຮລີກົບແຕ ລໍາລຽງຂະໜາດກາງຮຸ່ນ S-61 Sea king ທີ່ຖືກງົດບິນຕາມທີ່ ທ່ານ
ໂມຮໍາໝັດ ຊາບູ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມາເລເຊຍ ທີ່ກ່າວຕໍ່ສະພາ ມາເລເຊຍ ເມື່ອວັນທີ 27 ພະຈິກ ທີ່ຜ່ານມາວ່າ: ກະຊວງປ້ອງກັນປະເທດມາເລເຊຍ
ກໍາລັງເລັ່ງຂະບວນການຕາມຂັ້ນຕອນໃນການເຊົ່າ ເຮລີກົບແຕ ເພື່ອຢຸດຊ່ອງວ່າງກ່ອນທີ່ຈະມີການຈັດຫາ ເຮລີກົບແຕ ຄັ້ງໃໝ່.

     ທ່ານ ອັບເຟີດີ ບັງ ຜູ້ບັນຊາ ການກອງທັບອາກາດ ມາເລເຊຍ ກ່າວວ່າ: ກອງທັບອາກາດ ມາເລເຊຍກໍາລັງມີແຜນທີ່ຈະເຊົ່າ ເຮລີກົບແຕ ຈໍານວນ 8 ລໍາ ໂດຍໃຊ້ງົບ
ປະມານທີ່ໄດ້ຮັບການອານຸມັດ ເພື່ອໃຊ້້ໃນການປະຕິບັດການຂອງ ເຮລີກົບແຕ ຮຸ່ນເກົ່າ S-61 Sea king. ຢ່າງໃດກໍຕາມ ທ່ານ ອັບເຟີດີ ບັງ ບໍ່ໝັ້ນໃຈວ່າໃນສ່ວນຂອງ
ກອງທັບບົກ ມາເລເຊຍ ຈະເຊົ່າ ເຮລີກົບແຕ ຈໍານວນເທົ່າໃດລໍາ.

     ກອງທັບອາກາດ ມາເລເຊຍມີ ເຮລີກົບແຕ ຮຸ່ນ S-61A-4 Nuri ເຊິ່ງເປັນການກໍານົດແບບ ເຮລີກົບແຕ Sea king ຂອງ ມາເລເຊຍ ຈໍານວນ 12 ລໍາ ທີ່ປະຈໍາການ
ໃນຝູງບິນທີ 3 ໃນຖານທັບອາກາດບັດເຕີໂວນ ແລະ ຝູງບິນທີ 7 ໃນຖານທັບອາກາດກູຈິງຄະນະທີ່ກອງບິນກອງທັບບົກ ມາເລເຊຍ ມີ ເຮລີກົບແຕ S-61A-4 Nuri ປະ
ຈໍາການ 4 ລໍາໃນຝູງບິນທີ 882 ໃນຖານບິນເຄລັງ ໂດຍມີ ອີກ 10 ລໍາທີ່ຖືກເກັບຮັກສາໄວ້.