ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະ​ເປົາ​ເປ້​ຮັກສາ​ໂລກ


     ເອສເຕຟາເນຍ ລີອອນໄດ້ອອກແບບໃນ ສະຫະລັດ ໄດ້ແນະນໍາເດແຟັກ (DayPack) ກະເປົາເປ້ ພາຍຫຼັງຮັກສາໂລກ ເພາະຜະລິດຈາກຂີ້ເຫຍື້ອ ພລາສຕິກໃນແຫຼ່ງນໍ້າ
ແລະ ຊ່ວຍຫຼຸດປະລິມານຂີ້ເຫຍື້ອ ພລາສຕິກລົ້ນໂລກເຊິ່ງ ເປ້ແຕ່ລະໜ່ວຍໃຊ້ຂີ້ເຫຍື້ອ ພລາສຕິກ ໃນການຜະລິດປະມານ 2,25 ກຣາມ.

     ໂດຍຊຸດທໍາອິດຂອງການຜະລິດຈະໃຊ້ຂີ້ເຫຍື້ອ ພລາສຕິກ ທີ່ເກັບໄດ້ນອກແຄມຝ່ັງເກາະມັນດິບ ສ່ວນຊຸດທີ 2 ຈະໃຊ້ຂີ້ເຫຍື້ອ ພລາສຕິກ ທີ່ເກັບຈາກແຄມຝັ່ງທະເລ
ໃນ ຟີລິບປິນ ດ້ວຍການເລີ່ມເກັບຂີ້ເຫຍື້ອພລາສຕິກ ຂຶ້ນມາຈາກມະຫາສະມຸດແບ່ງແຍກຂີ້ເຫຍື້ອ ແລະ ເຮັດຄວາມສະອາດກ່ອນເຂົ້າສູ່ການເຮັດວິທີອົບແຫ້ງ, ບົດ, ຫຼອມ
ແລະ ແປຮູບ ພລາສຕິກ ກັບສູ່ຮູບແບບເມັດ ພລາສຕິກ ຈາກນັ້ນນໍາໄປຍຶດເຮັດເປັນເສັ້ນໃຍ ແລະ ຕັດຍິບເປັນເປ້ໃນທີ່ສຸດເຊິ່ງແຕ່ລະໜ່ວຍ ຈະມີຂໍ້ມູນຂອງຂີ້ເຫຍື້ອທີ່ນໍາ
ມາໃຊ້ໃນການຜະລິດກະເປົາໜ່ວຍນັ້ນໆ ເພື່ອໃຫ້ຜູ້ໃຊ້ໝັ້ນໃຈໄດ້ວ່າມີສ່ວນຫຼຸດຂີ້ເຫຍື້ອໃຫ້ກັບໂລກແທ້ໆ.

     ນອກຈາກນີ້ ກະເປົາເປ້ນີ້ບໍ່ພຽງແຕ່ຮ່ວມກັນຮັກສາສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງມີຮູບການໃຊ້ງານຫຼາຍຢ່າງດ້ວຍຂະໜາດກວ້າງ 11,6 ນີ້ວ, ຍາວ 18,5 ນີ້ວ ແລະ
ໜາ 6 ນີ້ວ ບັນຈຸນໍ້າ ໄດ້ເຖິງ 17 ລິດ ມີຊ່ອງໃສ່ຂອງໃຊ້ສ່ວນຕົວ ພ້ອມອຸປະກອນການຮຽນ-ການເຮັດວຽກ ແລະ ອີກສາລະພັດໃນຫຼາຍຊ່ອງ ທັງດ້ານໃນກະເປົາ, ດ້ານ
ນອກສາຍກະເປົາ ລວມເຖິງຊ່ອງ ສໍາລັບແລັບທອ໋ບ ຫຼື ໂນດບຸກທີ່ມີຂະໜາດຈໍບໍ່ໃຫຍ່ເກີນ 15 ນີ້ວ, ນອກນັ້ນວັດສະດຸທີ່ໃຊ້ ພລາສຕິກ ຣີໄຊເຄິນ ຍັງກັນນໍ້າ-ກັນຝົນ
ຊ່ວຍໃຫ້ໝັ້ນໃຈໃນເມື່ອໃຊ້ງານໃນໄລຍະລະດູຝົນນໍາອີກ.