ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາເມຣິກາ ຂາຍ​ລູກ​ສອນ​ໄຟ​ຕ້ານຂີປະນາວຸດລຸ້ນ​ໃໝ່ 3 Block 2A
ຈຳນວນ 73 ລູກໃຫ້ ຍີ່ປຸ່ນ


ຂີປະນາວຸດລຸ້ນ​ໃໝ່ 3 Block 2A

     ຕາມຂ່າວສານ ກຽວໂຕ ລາຍງານໃນ ວັນທີ 27 ສິງຫາ 2019 ທີ່ຜ່ານມາວ່າ: ກະຊວງການຕ່າງ ປະເທດ ສະຫະລັດອາເມຣິກາ ໄດ້ປະກາດການອານຸມັດຂາຍລູກ
ສອນໄຟທີ່ຖືກປັບປຸງໃໝ່ ເພື່ອສະກັດກັ້ນຕ້ານຂີປະນາວຸດຈຳນວນ 73 ລູກ ຮຸ່ນ "ມາດຕະຖານ 3 Block 2A" ໃຫ້ກັບຍີ່ປຸ່ນ, ເຊິ່ງມີມູນຄ່າທັງໝົດ 3.295 ຕື້ໂດລາ ສະ
ຫະລັດ.

     3 Block 2A ແມ່ນລະບົບຕ້ານຂີປະນາວຸດລະດັບກາງ ທີ່ພັດທະນາໂດຍ ສະຫະລັດ ແລະ ຍີ່ປຸ່ນ. ເມື່ອທຽບກັບ 3 Block 1B ແລ້ວ 3 Block 2A ມີລະດັບຄວາມ
ຍິງໄກເພີ່ມຂຶ້ນຈາກ 700 ກິໂລ ແມັດ ເປັນປະມານ 2.500 ກິໂລແມັດ, ມັນສາມາດສະກັດກັ້ນລູກສອນໄຟຂີປະນາວຸດໄລຍະກາງ ແລະ ຂີປະນາວຸດໄລຍະໄກ ແລະ ຂະ
ຫຍາຍປ່ອງຢ້ຽມສະກັດກັ້ນ. ການທົດລອງສາທິດເພື່ອສະກັດກັ້ນຂີປະນາວຸດຂ້າມທະວີບ ຍັງບໍ່ທັນໄດ້ດຳເນີນການເທື່ອ. ຕາມແຜນການສະກັດກັ້ນຂີປະນາວຸດທີ່ມີລະດັບ
ສູງ ແລະ ໄວກວ່າເກົ່າຈະເປັນໜ້າວຽກຂອງບັນດາຕົວແບບຕໍ່ໄປ.

     ໃນຖະແຫຼງການ, ຫ້ອງການຮ່ວມມືດ້ານຄວາມໝັ້ນຄົງດ້ານ ປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ເນັ້ນໜັກ ໃນຖະແຫຼງການສະບັບນີ້
ວ່າ: "ອັນນີ້, ຈະເປັນການຊ່ວຍປັບປຸງຄວາມສາມາດປ້ອງກັນລູກສອນໄຟຂີປະນາວຸດ, ປົກປ້ອງດິນແດນຂອງຍີ່ປຸ່ນ ແລະ ກອງທັບສະຫະລັດ ທີ່ປະຈຳຢູ່ ຍີ່ປຸ່ນ." ຖະແຫຼງ
ການຍັງກ່າວໃຫ້ຮູ້ຕື່ມວ່າ: "ການສະໜັບສະໜູນຂອງ ຍີ່ປຸ່ນ ຕໍ່ສະຫະລັດ ມັນມີຄວາມສຳຄັນທີ່ສຸດກ່ຽວກັບຜົນປະໂຫຍດແຫ່ງຊາດ." ນອກຈາກນີ້, ສະຫະລັດຍັງໄດ້ປະ
ກາດຂາຍລູກສອນໄຟ 31 ລູກສຳລັບກຳ​ປັ່ນນໍ້າຂອງ ເກົາຫຼີໃຕ້ ໃນມູນຄ່າ 72 ລ້ານ ໂດລາ ສະຫະລັດ.