ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາ​ອຸ​ດິດອາຣາບີ ​ສັ່ງ​ຊື້ອາວຸດ​ຈາກ​ ອາ​ເມ​ລິ​ກາ​
ທ່າມກາງ​ຄວາມ​ບໍ່​ເຫັນ​ດີ​ຂອງ​ສະພາ​ຄ໋ອງ​ເກຣສ໌


     ສໍານັກຂ່າວ ຟ໋ອກສ໌ນີວຊ໌ ລາຍງານເມື່ອວັນເສົາທີ 30 ມິຖຸນາ ວ່າ: ປະທານາທິບໍດີ ໂດນັລທຣໍາໄດ້ພົບປະຫາລືລະດັບທະວີພາຄີກັບ ເຈົ້າຊາຍ ໂມຮໍາເໝັດ ບິນຊັນ
ມານ ແຫ່ງຊາອຸດິດ ອາຣາບີ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມ ປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງ ໂອຊາກາ ປະເທດ ຍີ່ປຸ່ນ ເມື່ອວັນເສົາທີ່ຜ່ານມາ
ໂດຍ ທຣໍາ ກ່າວວ່າ: ລັດຖະບານວໍຊິງຕັນ ມີຄວາມເພິ່ງພໍໃຈຢ່າງຍິ່ງຕໍ່ການທີ່ ລັດຖະບານຣິຢາດ ອຸດໜູນສິນຄ້າດ້ານອາວຸດຍຸດໂທປະກອນຂອງ ສະຫະລັດ ແລະ ຍ້ອງ
ຍໍເຈົ້າຊາຍ ໂມຮໍາເໝັດ ເປັນ “ເພື່ອນຄົນໜຶ່ງ” ເຊິ່ງເຮັດວຽກຮ່ວມກັບລັດຖະບານຂອງຕົນມາຕະຫຼອດໃນການໃຫ້ ສະຫະລັດເຂົ້າໄປຊ່ວຍເຫຼືອດ້ານນະໂຍບາຍປະຕິຮູບສັງ
ຄົມ ແລະ ເສດຖະກິດໃຫ້ແກ່ຊາອຸດິດ ອາຣາບີ.

     ຢ່າງໃດກໍຕາມໃນຄວາມເປັນຈິງແຜນການຂາຍອາວຸດຂອງລັດຖະບານ ທຣໍາ ໃຫ້ແກ່ ລັດຖະບານຣິຢາດ ໃນຕອນນີ້ ປະເຊີນກັບອຸປະສັກຈາກສະພາຄ໋ອງເກຣສ ​ແລະ
ພັກຣິພັບ ບລິກກັນ ກໍ່​ເຊັນ​ດຽວກັນໂດຍເມື່ອທ້າຍເດືອນທີ່ແລ້ວວຸດທິສະພາມີມະຕິສຽງຂ້າງຫຼາຍ 53 ຕໍ່ 45 ສຽງ ບໍ່ຮັບຮອງແຜນການທີ່ສະເໜີໂດຍທໍານຽບຂາວ ເຊິ່ງ
ເປັນຂໍ້ຕົກລົງຂາຍອາວຸດຊຸດໃຫຍ່ໃຫ້ແກ່ ຊາອຸດິດ ອາຣາບີ ແລະ ພັນທະມິດໃນຕາເວັນອອກກາງເຊິ່ງລວມເຖິງ ສະຫະລັດ ອາຣັບເອມິເຣດ ລວມມູນຄ່າສູງເຖິງ 8,1 ຕື້
ໂດລາ ໂດຍໃຫ້ເຫດຜົນກ່ຽວກັບ “ສະຖານະການດ້ານສິດທິມະນຸດສະທໍາ” ທັງສອງປະເທດ ແລະ ການທີ່ທັງ ຊາອຸດິດອາຣາບີ ແລະ ຢູເອອີ ຈະນໍາອາວຸດໄປໃຊ້ໃນສົງຄາມ
ເຢເມນ ທີ່ມີຜູ້ເສຍຊີວິດແລ້ວ ເກືອບ 1 ແສນ ຄົນ ນັບຕັ້ງແຕ່ເດືອນ ມີນາ 2015 ເປັນຕົ້ນມາ.

     ທັງນີ້ການຫາລືເປີດໂອກາດ ໃຫ້ນັກຂ່າວໄດ້ຮ່ວມຮັບຟັງ ແລະ ບັນທຶກພາບພຽງໄລຍະໜຶ່ງເທົ່ານັ້ນ ເມື່ອສິ້ນສຸດການປະຊຸມ ທຣໍາ ປະຕິເສດໃຫ້ຂໍ້ມູນກ່ຽວກັບປະເດັນ
ເລື່ອງການເສຍຊີວິດ ຂອງຈາມາລຄາ ສະຖານທູດທີ່ ເມືອງອິດສະຕັນບູນ ປະເທດຕຸ​ລະກີ ນັກຂ່າວ ແລະ ນັກວິຈານການເມືອງຝ່າຍກົງຂ້າມລັດຖະບານຊາອຸ ເຊິ່ງຖືກຄາດ
ຕະກໍາພາຍໃນ ຕຸ​ລະກີ ເມື່ອເດືອນຕຸລາ ປີທີ່ຜ່ານມາ ໂດຍກ່າວພຽງວ່າຕົນຮັບບໍ່ໄດ້ທີ່ມີເຫດການລັກສະນະນີ້ເກີດຂຶ້ນ “ແຕ່ຍັງບໍ່ມີໃຜກ່າວໂທດໂດຍກົງໄປເຖິງ ເຈົ້າຊາຍ
ແຫ່ງ ຊາອຸດິດອາຣາບີ” ຢ່າງໃດກໍຕາມຂໍ້ມູນຈາກສໍານັກຂ່າວ ກອງກາງ (ຊີໄອເອ) ຢືນຢັນວ່າ ເຈົ້າຊາຍ ໂມຮໍາເໝັດ “ພຣະອົງມີສ່ວນຮູ້ເຫັນ” ກັບການເສຍຊີວິດຂອງ ຄາ
ຊ໋ອກກີ ທີ່ຍັງມີຂໍ້ສົງໄສໃນຫຼາຍປະເດັນ.