ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ສຳເລັດການທົດລອງລະບົບລູກສອນໄຟປ້ອງ​ກັນ​ອາກາດ​ລຸ້ນ​ໃໝ່


ລູກສອນໄຟລຸ້ນໃໝ່ລຸ້ນ Iron Dome

     ສຳນັກຂ່າວ ຊິນຮວາ ລາຍງານໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອິດສະຣາແອນ, ໄດ້ປະສົບຜົນສຳເລັດໃນການທົດລອງ ຍິງລູກສອນໄຟລຸ້ນໃໝ່ ລຸ້ນ
Iron Dome.

     ກະຊວງປ້ອງກັນປະເທດ ອິດສະຣາແອນ ລາຍງານໃຫ້ຮູ້ວ່າ: ກອງທັບ ອິດສະຣາແອນ ໄດ້ສໍາເລັດການທົດລອງການຍິງລະບົບ ລູກສອນໄຟປ້ອງກັນອາ
ກາດ ລຸ້ນ Iron Dome. ຢູ່ທີ່ພາກກາງຂອງ ອິດສະຣາແອນ.

     ການທົດລອງດັ່ງກ່າວໄດ້ຈຳລອງການຂົ່ມຂູ່ທາງບົກ ແລະ ທາງທະເລຕ່າງໆ ທີ່ລະບົບລູກສອນໄຟປ້ອງກັນອາກາດ Iron Dome ອາດຈະປະເຊີນໜ້າ
ໃນອະນາຄົດ.

     ລະບົບລູກສອນໄຟປ້ອງກັນອາກາດລຸ້ນໃໝ່ນີ້, ຈະຖືກສົ່ງໄປໃຫ້ ກອງທັບອາກາດອິດສະຣາແອນ. ກະຊວງປ້ອງກັນປະເທດ ອິດສະຣາແອນລະບຸວ່າ:
ເຮືອຮົບ Saar 6 ຍັງຈະໄດ້ຕິດຕັ້ງລະບົບ ລູກສອນໄຟປ້ອງກັນອາກາດ Iron Dome ໃໝ່ເຊິ່ງຈະມີບົດບາດສຳຄັນໃນການປົກປ້ອງເຂດເສດຖະກິດສະ
ເພາະຂອງອິດສະຣາແອນ.