ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກສອນໄຟລຸ້ນ​ໃໝ່ຂອງ Javelin ສຳຫຼັບ​ຍິງ​ຕໍ່ຕ້ານ​ລົດ​ຕັງ


ລູກສອນໄຟລຸ້ນ​ໃໝ່ຂອງ Javelin

     ຕາມ​ການ​ລາຍ​ງານ​ຂອງ​ສຳນັກງານ​ຂ່າວ​ກອງທັບ​ປະຊາຊົນ ຫວຽດນາມ ຂອງ: ກຸ່ມຜູ້ຜະລິດ Javelin Joint Venture ຂອງ ອາເມຣິກາສໍາເລັດໃນການພັດທະນາ
ລູກສອນໄຟຍິງຕໍ່ຕ້ານລົດຕັງ FGM-148F ຮຸ່ນ​ໃໝ່ນີ້ ແມ່ນເລົາຍິງມີເສັ້ນຜ່າໃຈກາງກວ້າງຂຶ້ນ ແລະ ນໍ້າໜັກກໍເພີ່ມຂຶ້ນ.

     ລູກສອນໄຟ FGM-148F Javelin ຕິດຕັ້ງຫົວຮົບທີ່ມີຄວາມສາມາດໃນການດັບສູນກໍາລັງໄຟຂອງຝ່າຍກົງກັນຂ້າມເຊັ່ນ: ປະເພດລົດຕັງ ແລະ ລົດຫຸ້ມເກາະ, ສາ
ມາດຍິງທໍາລາຍຂຸມມໍລະກົດຂະໜາດໜາ, ເປັນອາວຸດທີ່ສາມາດນໍາທິດ ດ້ວຍກະແສຄວາມຮ້ອນ ແລະ ແສງໃນເວລາກາງຄືນ, ລະບົບຍິງສົ່ງລູກສອນໄຟຊະນິດນີ້ຕິດຕັ້ງ
ກ່ອງຮັບສັນຍານ GPS ຈາກດາວທຽມ ເພື່ອກໍານົດເປົ້າໝາຍໃນການຍິງໄດ້ຢ່າງຊັດ​ເຈນ.

     ບັນດານັກວິຊາການດ້ານການທະຫານຕີລາຄາອາວຸດຊະນິດນີ້ວ່າ, ເປັນອາວຸດຊະນິດໃໝ່ ມີ​ແສງ​ຍານ​ນຸພາບຮຸນແຮງໃນການຕໍ່ສູ້. ເປັນລູກສອນໄຟທີ່ມີລັກສະນະ
ຄ້າຍຄືກັນກັບລູກສອນໄຟ M151 ຂອງບໍລິສັດKongsberg Defense ຂອງນອກແວ ແລະ Thales ຂອງຝຣັ່ງ.

     ປັດຈຸບັນລູກສອນໄຟຍິງລົດຕັງ Javelin ຖືວ່າເປັນລູກສອນໄຟ ສໍາລັບຍິງທໍາລາຍລົດຕັງທີ່ໄດ້ ມາດຕະຖານທີ່ສຸດຂອງນາໂຕ້, ເຊິ່ງນາໂຕຄາດວ່າຈະປ່ຽນແທນລູກ
ສອນໄຟຈໍາພວກ M47 Dragon ແລະ TOW ​ເຊິ່ງ​ໄດ້​ປະກອບ​ໃຫ້​ບັນ​ດາກ​ອງທັບ​ຕ່າງໆ ເຊັ່ນ: ອາເມຣິກາ, ອັງກິດ, ອາຣາບີຊາອຸດິ, ອູກາຣາແອນ, ຄຼູເຊຍ, ໂອມານ, ກາ
ຕາ, ລິດວາ, ແອັດສະໂທເນຍ...

     FGM-148 Javelin ມີລາຄາຂາຍ ( 40.000 ໂດລາສະຫາລັດຕໍ່ລູກ ) ແລະ ຮຸ່ນບັນຊາຍິງດ້ວຍລະບົບຄອມພິວເຕີແມ່ນ 125.000 USD/ລູກ. FGM-148
Javelin ໜັກ 11,8kg, ຕິດຫົວຮົບ“tandem” ຍິງໄກໄດ້ 75-2.500 ​ແມັດ.