ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດຈະ​ສ້າງ ເຮລີກົບແຕ HH-60W ຮຸ່ນໃໝ່ຫຼ້າສຸດ


ເຮລີກົບແຕHH-60W

     ອີງຕາມເວັບໄຊ ”ຂ່າວປ້ອງ ກັນປະເທດ” ຂອງສໍານັກຂ່າວ ນານາຊາດ ສະຫະລັດອາເມຣິກາ ລາຍງານໃຫ້ຮູ້ໃນ ວັນທີ 25 ກັນຍາ ຜ່ານມາວ່າ: ບໍລິສັດ Sikorsky
ຂອງ ສະຫະລັດອາເມຣິກາ ໄດ້ກ່າວໃນ ວັນທີ 24 ກັນຍາ ທີ່ຜ່ານມາວ່າ: ເຮືອບິນກູ້ໄພສູ້ຮົບ ຮຸ່ນໃໝ່ HH-60W ຂອງຕົນກຳລັງຈະດຳເນີນການຜະລິດອອກສູ່ສາຍຕາມະ
ຫາຊົນ. ຫຼັງຈາກທົດລອງບິນໄດ້ຫຼາຍກວ່າ 150 ຊົ່ວໂມງ ໃນແບບທົດລອງ 4 ລຳ, ກອງທັບອາກາດ ສະຫະລັດ ໄດ້ອານຸມັດໂຄງການ ຍົນເຮລີກົບເເຕ HH-60W ໄດ້ເຂົ້າ
ສູ່ໄລຍະ ”ການຜະລິດເບື້ອງຕົ້ນ”. ທ່ານ Dale White ຜູ້ບໍລິຫານໂຄງການຂອງ ກອງທັບອາກາດ ສະຫະລັດ ກ່າວວ່າ: ອຸປະກອນຂອງ ຍົນເຮລີກົບເເຕ HH-60W ຈະ
ຊ່ວຍຫຼຸດຜ່ອນຄວາມສ່ຽງ ຂອງນັກບິນ. ການຕັດສິນໃຈນີ້ຂອງກອງທັບສະຫະລັດອາເມຣິກາ ຈະເລີ່ມຕົ້ນຫັນປ່ຽນໄປສູ່ຍົນເຮລີກົບເເຕທີ່ມີຄວາມສາມາດ ແລະ ເຊື່ອຖືໄດ້
ຫຼາຍຂຶ້ນເພື່ອປະຕິບັດພາລະກິດຂອງ ກອງທັບອາກາດ ໃຫ້ດີຂຶ້ນ.

     HH-60W ຖືກພັດທະນາມາຈາກ ຍົນເຮລີກົບເເຕ UH-60 Black Hawk. HH-60W ມີລະບົບປ້ອງກັນ ທີ່ດີກວ່າ ຍົນເຮລີກົບແຕ HH-60G. ຕິດຕັ້ງລະບົບນໍ້າມັນ
ເຊື້ອໄຟໃໝ່, ປະສິດທິພາບການບິນດີ ກວ່າ ແລະ ຕິດຕັ້ງອາວຸດໃໝ່.

     ອີງຕາມການລາຍງານ, ກອງທັບອາກາດ ສະຫະລັດ ມີແຜນຈະຊື້ ຍົນເຮລີກົບເເຕ HH-60W ຈຳນວນ 113 ລຳ, ເຊິ່ງ ບໍລິສັດ Sikorsky ໄດ້ຜະລິດ 5 ແບບຕົ້ນແບບ
ຢູ່ສະຖານທີ່ Connecticut ຂອງຕົນ. ຫຼັງຈາກການບິນຄັ້ງທຳອິດໃນເດືອນ ພຶດສະພາ ທີ່ຜ່ານມາ, ໄດ້ທົດລອງບິນຈໍານວນ 4 ລຳ ຢູ່ສູນ ການບິນຂອງ ບໍລິສັດໃນ West
Palm Beach, ລັດຟລໍຣີດາ, ເພື່ອໃຫ້ ກອງທັບອາກາດ ສະຫະລັດ ປະເມີນຜົນການປະຕິບັດງານ ແລະ ຄວາມສາມາດໃນການບັນທຸກຂອງ ຍົນເຮລີກົບເເຕ ດັ່ງກ່າວ.