ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດຫຸ້ມເກາະທີມ ຫວຽດນາມ ທີ່​ນຳ​ເຂົ້າ​ແຂ່ງຂັນ​ກິລາການທະຫານນາໆຊາດ 2020


ລົດຫຸ້ມເກາະລຸ້ນ BTR-82A

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ໃນການແຂ່ງຂັນກີລາກາການທະຫານ ນາໆຊາດ 2020 ທີ່ຈັດຂຶ້ນຢູ່ ຣັດເຊຍ, ທີມ ຫວຽດນາມ
ໄດ້ຄັດເລືອກເອົາ ລົດຫຸ້ມເກາະລຸ້ນ BTR-82A ເຂົ້າຮ່ວມໃນການແຂ່ງຂັນ.

     ລົດຫຸ້ມເກາະ BTR-82A ໄດ້ຖືກອອກແບບ ແລະ ພັດທະນາໂດຍ ບໍລິສັດອຸດສະຫະກໍາການທະຫານຂອງ ຣັດເຊຍ ເມື່ອປີ 2009 ໂດຍອີງໃສ່ການປັບປຸງ ແລະ ພັດ
ທະນາຕາມຍຸກສະໄໝທາງ ດ້ານເຕັກໂນໂລຊີ, ເຊິ່ງມີການອອກແບບ, ຕິດຕັ້ງເຄື່ອງຈັກທີ່ມີແຮງມ້າສູງພ້ອມທັງຕິດຕັ້ງອາວຸດທີ່ມີຄວາມທັນສະໄໝ, ໂດຍ ອີງໃສ່ພື້ນຖານ
ການອອກແບບຂອງ ລົດຫຸ້ມເກາະ BTR-80A ລຸ້ນເກົ່າ. ລົດຫຸ້ມເກາະ BTR-82A ໄດ້ຖືກນໍາເຂົ້າປະຈໍາການໃນກອງທັບ ຣັດເຊຍ ເມື່ອປີ 2013 ແລະ ຖືວ່າເປັນ ລົດຫຸ້ມ
ເກາະອະເນກປະສົງ ທີ່ຜ່ານການທົດສອບ ໃນການຊ້ອມຮົບຕົວຈິງຂອງກອງທັບ ຣັດເຊຍ ເມື່ອບໍ່ດົນມານີ້.

     ສະມັດຕະພາບພິເສດຂອງ ລົດຫຸ້ມເກາະ BTR-82A ແມ່ນໃຊ້ເຄື່ອງຈັກກະຊວນ, ມີຄວາມແຮງເຖິງ 300 ແຮງມ້າ, ເຊິ່ງຊ່ວຍໃຫ້ ລົດຫຸ້ມເກາະລຸ້ນ ດັ່ງກ່າວສາມາດ
ປະຕິບັດໜ້າທີ່ໄດ້ທຸກສະພາບແວດລ້ອມ ແລະ ມີຄວາມໄວສູງສຸດເຖິງ 100 ກິໂລແມັດ ຕໍ່ຊົ່ວໂມງ. ປັດຈຸບັນ ລົດຫຸ້ມເກາະອະເນກປະສົງ ລຸ້ນດັ່ງກ່າວກໍາລັງປະຈໍາການ
ໃນກອງທັບ ຣັດເຊຍ ແລະ ກອງທັບ ກາຊັກສະຖານ.