ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ມີ​ເຮືອບິນ Su-57 ຈະ​ຊ່ວຍ​ໃຫ້​ຣັດ​ເຊຍ​ ດຸ່ນດ່ຽງຄວາມ​ເຂັ້ມ​ແຂງ​ທາງ​ອາກາດ​ກັບ​ນາ​ໂຕ


ເຮືອບິນບໍ່ມີຄົນຂັບ MQ-9B Sea Guardian

     ຕາມQDND ໃຫ້ຮູ້ວ່າ: ການທີ່ຣັດເຊຍສັ່ງຊື້ເຮືອບິນສູ້ຮົບທັນສະໄໝຮຸ່ນທີ 5 Su-57 ຈໍານວນ ຫຼາຍບໍ່ພຽງແຕ່ເປັນການເພີ່ມຄວາມເຂັ້ມແຂງໃຫ້ກອງທັບອາກາດ
ເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບບໍ່ໜ້ອຍໃຫ້ແກ່ຍຸດທະສາດຂອງນາໂຕທີ່ແນໃສ່ຣັດເຊຍ.

     ຜູ້ຊ່ຽວຊານດ້ານການທະຫານຕີລາຄາວ່າ: Su-57 ເປັນເຮືອບິນທັນສະໄໝທີ່ຊ່ວຍໃຫ້ ຣັດເຊຍ ເທົ່າທຽມກັບອາເມຣິກາ ແລະ ພັນທະມິດນາໂຕ. Su-57, ເປັນອາ
ວຸດຍຸດທະສາດທີ່ປ້ອງກັນນ່ານຟ້າຣັດເຊຍໃນອະນາຄົດ. ຜ່ານມາຣັດເຊຍນໍາໃຊ້ພຽງແຕ່ເຮືອບິນສູ້ຮົບຮຸ່ນທີ 4+ ເຊັ່ນ: Su-35, Su-30SM ແລະ Su-34 ເປັນອາວຸດສູ້
ຮົບທາງອາກາດເຊິ່ງຍັງບໍ່ທັນສົມດຸນກັບຊາດປໍລະປັກ, ສະນັ້ນການແຈ້ງເກີດຂອງ Su-57 ຈິ່ງເປັນອາວຸດທີ່ຈະສາມາດຕໍ່ກອນກັບສະຫະລັດອາເມຣິກາ ແລະ ພັນທະມິດ
ນາໂຕໄດ້.

     ຖ້າຫາກໄລ່ຈໍານວນປະລິມານແລ້ວ, ເຫັນວ່ານາໂຕມີອາວຸດສູ້ຮົບທາງອາກາດຫຼາຍກວ່າຣັດເຊຍ, ແຕ່ຖ້າຄິດໄລ່ດ້ານການຈັດແບ່ງກໍາລັງ ແລະ ແບບແຜນສູ້ຮົບແລ້ວ|
ເຫັນວ່າຣັດເຊຍມີຄວາມພຽບພ້ອມ ແລະ ເຂັ້ມແຂງກວ່ານາໂຕ.

     ຕາມທິດສະດີປ້ອງກັນຕົນເອງຂອງຣັດເຊຍແລ້ວ, ບໍ່ວ່າສັດຕູໂຕໃດທີ່ບຸກລຸກເຂົ້າມາໃນ ນ່ານຟ້າຂອງຣັດເຊຍ ກໍຈະຖືກໂຕ້ຕອບຄືນຢ່າງແຂງແຮງຈາກອາວຸດທາງອາ
ກາດຂອງຣັດເຊຍຈົນຈຳຕ້ອງຖອຍໜີອອກໄປ. ສະນັ້ນການທີ່ຣັດເຊຍຂຶ້ນແຜນຊື້ເຮຶອ ບິນ Su-57 ຈໍານວນ 76 ລໍາແມ່ນສົມເຫດສົມຜົນ, ເຊິ່ງມັນສາມາດດຸ່ນດ່ຽງລະ
ຫວ່າງຄວາມເຂັ້ມແຂງທາງທະຫານ ແລະ ກ້ອນເງິນງົບປະມານທີ່ຈ່າຍອອກໄປ. ເຖິງວ່າຈໍານວນໜ້ອຍກ່ວານາໂຕກໍຕາມ, ແຕ່ທັນສະໄໝກວ່າດັ່ງນັ້ນຈິ່ງພໍທີ່ຈະຕໍ່ສູ້ກັບ
F-22 ແລະ F-35 ຈໍານວນ 600 ລໍາທີ່ນາໂຕມີຢູ່ໃນປັດຈຸບັນ.

     ຕາມແຜນການແລ້ວກອງທັບອາກາດຂອງຣັດເຊຍຈະໄດ້ຮັບເຮືອບິນ Su-57 ຈໍານວນ 76 ລໍາພາຍໃນ 9 ປີໜ້າ, ເຊິ່ງແຕ່ລະປີຈະໄດ້ຮັບປະມານ 8-9 ລໍາ. ລາຍຈ່າຍ
ສໍາລັບໂຄງການນີ້ປະມານ 160-170 ຕື້ຣຸບ.