ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​ເລ​ເຊຍຫຼຸດຜ່ອນ​ຄ່​າໃຊ້​ຈ່າຍ​ໃນ​ການ​ສັ່ງ​ຊື້​ເຮືອ​ກຳ​ປັ່ນ​ລາດຕະ​ເວນ
Littoral Mission Ship ຂອງ​ຈີນ


ເຮືອ​ກວດກາ Littoral Mission Ship ຂອງ​ຈີນ

     ໃນ​ວັນ​ທີ 26 ມີນາ 2019 ຜ່ານ​ມາ​ນີ້, ບໍລິສັດ Boustead Naval Shipyard ( BNS ) ຂອງ ​ມາ​ເລ​ເຊຍ ​ແລະ ບໍລິສັດ China Shipbuilding and offshare
International Co ( CSOC ) ຂອງ​ຈີນ. ກຳລັງ​ປຶກສາ​ຫາລື​ໃນ​ຂອບ​ຂອງ​ການ​ເປັນ​ຫຸ້ນ​ສ່ວນ​ໃໝ່ ຕາມ​ການ​ຕັດສິນ​ໃຈ​ຂອງ​ລັດຖະບານ​ ມາ​ເລ​ເຊຍ ​ທີ່​ຈະຫຼຸດຄ່າ​ໃຊ້​ຈ່າຍ
​ໃນ​ໂຄງການ​ສັ່ງ​ຊື້​ເຮືອ​ກຳ​ປັ່ນ​ລາດຕະ​ເວນ Littoral Mission Ship ( LMS ) ສຳລັບ​ກອງທັບ​ເຮືອ​ ມາ​ເລ​ເຊຍ.

     ການ​​ເຄື່ອນ​ໄຫວຫຼຸດຄ່າ​ໃຊ້​ຈ່າຍ​ດັ່ງກ່າວ ລັດຖະບານ​ ມາ​ເລ​ເຊຍ ​ຕັດສິນ​ໃຈ​ ໃຫ້​ຜະລິດ​ເຮືອ​ກຳ​ປັ່ນ​ລາດຕະ​ເວນ LMS ທັງໝົດ 4 ລຳ​ໃນ ສປ​ຈີນ​ແທນ​ແຜນ​ເກົ່າ​ທີ່​ຈະ​
ຜະລິດ​ເຮືອກຳ​ກຳ​ປັ່ນ LMS ອີກ 2 ລຳ ​ໃນ​ມາ​ ເລ​ເຊຍ ​ແລະ​ ຂໍ້​ຕົກລົງໃໝ່ນີ້​ຍັງຫຼຸດຄ່າ​ໃຊ້​ຈ່າຍ​ລົງ​ຈາກ​ຈຳນວນ 268 ລ້ານ​ໂດ​ລາ ​ເຫຼືອ 257 ລ້ານ​ໂດ​ລາ.

     ເຮືອ LMS ມີ​ຄວາມ​ຍາວ 68.8 ​ແມັດ, ກວ້າງ 9 ​ແມັດ ​ແລະ ມີນໍ້າໜັກ 700 ​ໂຕນ, ​ເຮັດ​ຄວາມ​ໄວ​ໄດ້​ສູງ​ສຸດ 40 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ​ໄລຍະ​ປະຕິບັດ​ການ
3,700 ກິ​ໂລ​ແມັດ, ​ເຮືອ​ສາມາດ​ຕິດ​ຕັ້ງ​ປືນ​ກົນໜັກຂະໜາດ 20 ມມ ຫຼື 30 ມມ ​ໃນ​ປ້ອມ​ປືນບັນຊາ​ດ້ວຍ​ຮີ​ໂມ​ດ Remote ​ເຊິ່ງ​ເປັນ​ປືນຫຼັກ ​ແລະ ສາມາດ​ຮອງ​ຮັບ​ປືນ​
ກົນໜັກຂະໜາດ 12,7 ມມ ສອງ​ກະບອກ.