ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາກິດສະຖານ ຈະຍົກສູງຄຸນນະພາບປືນໃຫຍ່ໜ້າດິນ


     ຕາມຂ່າວຈາກເວບໄຊໜັງສືພິມກອງທັບປະຊາຊົນ ຫວຽດນາມໃຫ້ຮູ້ວ່າ: ປາກິດສະຖານຈະຍົກສູງຄຸນນະພາບກໍາລັງປືນໃຫຍ່ໜ້າດິນຂອງຕົນດ້ວຍປືນ 155 ມມ
ທີ່ຜະລິດຈາກປະເທດ ຈີນ.

     ປືນໃຫຍ່ໜ້າດິນທີ່ປະຈໍາການໃນກອງທັບ ປາກິດສະຖານ ໃນປັດຈຸບັນສ່ວນຫຼາຍແມ່ນປືນໃຫຍ່ທີ່ມີຄວາມສາມາດຍິງໂດຍອັດຕະໂນມັດ ດ້ວຍໂປແກຼມການລວບ
ລວມຂໍ້ມູນຂອງ M109A5 155 ມມ ຂອງສະຫະລັດ ແລະ SH2 122 ມມ ຂອງ ຈີນ. ໃນຊຸມປີມໍ່ໆມານີ້, ກອງທັບ ປາກິດສະຖານ ໄດ້ສຸມໃສ່ ພັດທະນາກໍາລັງຂອງ
ກອງທັບບົກ, ໃນນັ້ນລວມທັງກໍາລັງປືນໃຫຍ່ໜ້າດິນເຊິ່ງມີການປະກອບອາວຸດ ແລະ ອຸປະກອນຕ່າງໆທີ່ຫຼາກຫຼາຍ.

     ປືນໃຫຍ່ 155 ມມ ໄດ້ຖືກນໍາສະເໜີເປັນຄັ້ງທໍາອິດ ໃນງານວາງສະແດງອຸປະກອນທາງການທະຫານ ເຊິ່ງຈັດຂຶ້ນຢູ່ຈີນ ເມື່ອປີ 2018 ທີ່ຜ່ານມາ, ເຊິ່ງແມ່ນປືນທີ່ຖືກ
ພັດທະນາມາຈາກປືນໃຫຍ່ SH1 ດ້ວຍການປະກອບກໍາລັງໄຟ L52 ຂະໜາດ 155 ມມ, ທີ່ຕິດຕັ້ງໃສ່ລົດບັນທຸກ.

     ປືນໃຫຍ່ລຸ້ນນີ້ໄດ້ຖືກອອກແບບດ້ວຍລະບົບການຍິງໂດຍອັດຕະໂນມັດ, ປະກອບກັບລະບົບຕ້ານການກະທົບຂະໜາດໃຫຍ່ ແລະ ໂປແກຼມກວດຈັບ, ຄິດໄລ່ການ
ຍິງລູກ ສອນໄຟ ຈາກຝ່າຍກົງກັນຂ້າມດ້ວຍການຄວບຄຸມຈາກໄລຍະໄກເພື່ອຮັບປະກັນໃຫ້ແກ່ກໍາລັງຂອງຕົນ.