ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ສ້າງ​ຜູ້​ພິພາກສາຫຸ່ນ​ຍົນ AI ລາຍ​ທຳ​ອິດ​ຂອງ​ໂລກ


     ຕາມສໍານັກຂ່າວຊິນຮ່ວາ ລາຍງານວ່າ: ສານຍຸຕິທໍາຂອງນະຄອນຫຼວງ ປັກກິ່ງ ໄດ້ເປີດໂຕສູນບໍລິການດ້ານການດໍາເນີນຄະດີຄວາມ ຜ່ານຊ່ອງທາງອອນລາຍ ແລະ
ຜູ້ພິພາກສາປັນຍາປະດິດລາຍທໍາອິດຂອງໂລກ ເຊິ່ງຈະເຂົ້າມາຊ່ວຍຜູ້ພິພາກສາສານພິຈາລະນາຄະດີ.

     ໂດຍຜູ້ພິພາກສາ AI ທີ່ເປີດຕົວໃນຄັ້ງນີ້ຈະໃຊ້ເທັກໂນໂລຢີວິເຄາະພາບ ແລະ ສຽງເວົ້າພ້ອມນັ້ນຍັງມີຄວາມສາມາດໃນການປະມວນຜົນຂໍ້ມູນຈາກເອກະສານຕ່າງໆ
ທີ່ໂຈດຍື່ນຟ້ອງຄະດີຜ່ານຊ່ອງທາງອອນລາຍ ເຮັດໃຫ້ຜູ້ພິພາກສາຂອງສານສາມາດເນັ້ນຈຸດໄປທີ່ການພິຈາລະນາຄະດີໄດ້ຢ່າງເຕັມທີ່.

     ນອກຈາກນີ້ຜູ້ພິພາກສາ AI ຍັງສາມາດໃຫ້ຄໍາປຶກສາແນະນໍາດ້ານການຟ້ອງຮ້ອງຄະດີຕ່າງໆ ໄດ້ແບບສົມຈິງ. ໃນອານາຄົດຄາດວ່າຜູ້ພິພາກສາ AI ຈະຖືກພັດທະນາ
ສັກກະຍາພາບຄືກັບເປັນຜູ້ພິພາກສາສານແທ້ໆ.