ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີ​ໃຕ້ ຈັດ​ຊື້ລົດຫຸ້ມເກາະຕິດຕັ້ງລະບົບປືນໃຫຍ່ປ້ອງກັນອາກາດລຸ້ນໃໝ່


ລົດຫຸ້ມເກາະຕິດຕັ້ງລະບົບປືນໃຫຍ່ປ້ອງກັນອາກາດລຸ້ນໃໝ່

     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ກອງທັບ ເກົາຫຼີໃຕ້ ໄດ້ມີແຜນຈັດຊື້ລົດຫຸ້ມເກາະຕິດຕັ້ງລະບົບປືນໃຫຍ່ປ້ອງກັນອາກາດອັດຕະ
ໂນມັດ AAGW ລຸ້ນໃໝ່ທີ່ອອກແບບໂດຍບໍລິສັດ HanwhaDefense ຜະລິດອາວຸດພາຍໃນປະເທດຕົນ.

     ລະບົບປືນໃຫຍ່ AAGW ທີ່ຕິດຕັ້ງເທິງລົດຫຸ້ມເກາະລຸ້ນໃໝ່ນີ້, ຈະເຂົ້າປະຈໍາການເພື່ອທົດແທນປືນໃຫຍ່ປ້ອງກັນອາກາດ M163 Vulcan ລຸ້ນເກົ່າທີ່ຜະລິດໂດຍ
ສະຫະລັດອາເມຣິກາ ເຊິ່ງໃກ້ຈະໝົດອາຍຸການໃຊ້ງານໃນໄລຍະເວລາອັນໃກ້ນີ້. ປືນໃຫຍ່ AAGW ປະ ກອບມີສອງເລົາທີ່ມີຂະໜາດ 30 ມມ ຜະລິດໂດຍບໍລິສັດຜະລິດ
ອາວຸດພາຍໃນປະເທດ ເກົາຫຼີໃຕ້ ແລະ ໄດ້ຮັບອານຸຍາດຈາກບໍລິສັດ Rheinmetall Air Defense ປະເທດເຢຍລະມັນ, ຄຸນລັກສະນະພິເສດຂອງປືນໃຫຍ່ລຸ້ນດັ່ງກ່າວ
ສາມາດຍິງໄດ້ 600 ລູກຕໍ່ນາທີ, ຍິງໄດ້ຮັບຜົນ 3 ກິໂລແມັດ ແລະ ຍິງໄດ້ໄລຍະໄກເຖິງ 3 ເທົ່າເມື່ອທຽບກັບປືນໃຫຍ່ປ້ອງກັນອາກາດ M163 Vulcan ລຸ້ນເກົ່າ.

     ລົດຫຸ້ມເກາະທີຕິດຕັ້ງປືນໃຫຍ່ AAGW ເປັນລົດຫຸ້ມເກາະທີ່ມີຄວາມທັນສະໄໝສູງ, ນໍ້າໜັກລວມທັງໝົດ 26,5 ໂຕນ, ສາມາດແລ່ນໄດ້ໄວເຖິງ 90 ກິໂລແມັດ
ຕໍ່ຊົ່ວໂມງ, ແລ່ນຜ່ານຂ້າມສິ່ງກີດຂວາງໄດ້    ສູງ 0,5 ແມັດ ແລະ ຂຸມກວ້າງ 1,5 ແມັດ.