ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນ​ການ​ວິ​ໃຈ​ຊີ້​ໃຫ້​ເຫັນ​ວ່າ​ອີກ 10 ປີ​ຂ້າງໜ້າຮຸ່ນ​ຍົນ​ຈະ​ແທນ​ທີ່​ແຮງ​ງານ​ມະນຸດ


ຮຸ່ນຍົນໃນອານາຄົດ

     ນັກວິເຄາະຈາກສະຖາບັນວິໄຈ ອ໊ອກຟອດ ອີໂຄໂນມິກ ໄດ້ເປີດເຜີຍຜົນການສຶກສາທ່າອ່ຽງການໃຊ້ຫຸ່ນຍົນ ແລະ ເຄື່ອງຈັກກົນໃນພາກອຸດສາຫະກຳການຜະລິດທົ່ວ
ໂລກລະບຸວ່າ: ພາຍໃນປີ 2030.

     ຕໍາແໜ່ງງານ 20 ລ້ານຕໍາແໜ່ງຈະຖືກແທນທີ່ດ້ວຍຫຸ່ນຍົນ ໂດຍອຸດສາຫະກໍາການຜະລິດຂອງປະເທດຈີນຈະນໍາຫຸ່ນຍົນມາໃຊ້ຫຼາຍທີ່ສຸດ. ຄະນະດຽວກັນດ້ວຍເທັກ
ໂນໂລຢີທີ່ກ້າວໜ້າ ແລະ ປະສິດທິພາບຂອງຫຸ່ນຍົນ ທີ່ສາມາດໃຊ້ງານຊັບຊ້ອນໄດ້ຫຼາຍຂຶ້ນບວກກັບຕົ້ນທຶນການຜະລິດຫຸ່ນຍົນ ທີ່ຖືກລົງເຮັດໃຫ້ຫຸ່ນຍົນຈະເຂົ້າມາທົດ
ແທນແຮງງານຄົນຫຼາຍຂຶ້ນເລື້ອຍໆ ສົ່ງຜົນໃຫ້ການຜະລິດສິນຄ້າ ແລະ ບໍລິການເປັນໄປຢ່າງວອ່ງໄວມີຜົນຊຸກຍູ້ໃຫ້ເສດຖະກິດໂລກ ໃນປີ 2030 ເພີ່ມຂຶ້ນເຖິງ 5,3% ຫຼື
ປະມານ 4,9 ຕື້ໂດລາ.

     ຢ່າງໃດກໍຕາມ ບັນຫາເລື່ອງຄົນວ່າງວຽກບໍ່ເປັນປະເດັນທີ່ກັງວົນເນື່ອງຈາກນັກວິເຄາະຄາດວ່າ ຈະມີຕຳແໜ່ງງານໃໝ່ໆ ເກີດຂຶ້ນມາຮອງຮັບແຕ່ປະເດັນທີ່ໜ້າເປັນຫ່ວງ
ຄືບັນຫາຄວາມເລື່ອມລໍ້າຂອງລາຍໄດ້ເນື່ອງຈາກງານໃໝ່ທີ່ເກີດຂຶ້ນຈຳເປັນຕ້ອງການແຮງງານທີ່ມີທັກສະສີມືຂັ້ນສູງ ດັ່ງນັ້ນລັດຖະບານໃນແຕ່ລະປະເທດ ຄວນເລັ່ງຫານະ
ໂຍບາຍປູທາງ ເພື່ອພັດທະນາສົ່ງເສີມປະສິດທິພາບຂອງມະນຸດຢ່າງແທ້ຈິງ.