ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ
ໃຫ້​ສຳ​ພາດກ່ຽວ​ກັບ​ກຳ​ປັ່ນ​ຮົບອາ​ເມ​ລິ​ກາ​​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ


ກຳ​ປັ່ນ​ຮົບອາ​ເມ​ລິ​ກາ ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ

     ວັນ​ທີ 26 ມີ​ນາ 2019 ນີ້, ທ່ານ ​ເຣີິ໋ນ ​ກົວ​ ສຽງ, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ກຳ​ປັ່ນ​ອາ​ເມ​ລິ​ກາ ​​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​
ຫວັນ, ທ່ານ​ກ່າວ​ວ່າ: ຈີນ​ຮູ້​ທັນກໍ​ລະ​ນີ​ທີ່​ກຳ​ປັ່ນ​​ທີ່ກ່ຽວ​ຂ້ອງ​ຂອງ​ອາ​ເມ​ລິ​ກາ​​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນຢ່າງ​ຈະ​ແຈ້ງ, ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຢູ່​ໃນ​ສາຍ​ຕາ​ຂອງ
​ຝ່າຍ​ຈີນ.

     ທ່ານ ​ເ​ຣີ໋ນ ກົວ​ ສຽງ​​ ຕອບ​ຄຳ​ຖາມ​ນັກ​ຂ່າວ​ກ່ຽວ​ກັບ​ກຳ​ປັ່ນ​ຂັບ​ໄລ່​​ຕິດ​ຂີ​ປະ​ນາ​ວຸດ “USS ​ເຄີ​ຕິ​ສ ວິ​ເບີ” ຂອງ​ກອງ​ທັບເຮືອ​ ແລະ​ ກ່ຳ​ປັ່ນ “ເບີ​ທອຟ” ຂອງກອງ​ກຳ​ລັງ
​ປ້ອງ​ກັນຝັ່ງ​ທະ​ເລ ຂອງ​ອາ​ເມ​ລິ​ກາ​ແລ່ນ​ຜ່ານ​​ຊ່ອງ​ແຄບ​ໄຕ້​ຫວັນ. ທ່ານ​ ​ກ່າວ​ຕື່ມ​ວ່າ: ບັນ​ຫາ​ໄຕ້​ຫວັນ​ກ່ຽວ​ພັນ​​ເຖິງ​ອະ​ທິ​ປະ​ໄຕ​ ແລະ ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ
ແມ່ນ​ບັນ​ຫາ​ສຳ​ຄັນຕົ້ນ​ຕໍ​ທີ່​ສຸດ​ ແລະ​ ອ່ອນ​ໄຫວ​ທີ່​ສຸດ​ຕໍ່​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ. ຝ່າຍ​ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​​ຈົ່ງເຄົ​າ​ຮົບ​ຫຼັກ​ການ​ຈີນ​ດຽວ​ ແລະ ​ເນື້ອ​ໃນ
​ສຳ​ຄັນ​ໃນ​ຖະ​ແຫຼງ​ການ​ຮ່ວມ​ສາມ​ສະ​ບັບ​ຈີນ-ອາ​ເມ​ລິ​ກາ, ​ເອົາ​ໃຈ​ໃສ່​ແກ້​ໄຂບັນ​ຫາ​ທີ່​ພົວ​ພັນ​ກັບ​ໄຕ້​ຫວັນ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ເພື່ອ​ຫຼີກ​ເວັ້ນ​​ການ​ທຳ​ລາຍ​ສາຍ​ພົວ
​ພັນ​ສອງ​​ປະ​ເທດກໍ່​ຄື​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ​, ລວມ​ທັງສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ຊ່ອງ​ແຄບ​ໄຕ້​ຫວັນ.