ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳ​ປັ່ນ ດໍານ້ຳ Vanguard ຈະຕິດ​ຕັ້ງນິວເຄລຍລຸ້ນໃໝ່


ກຳປັ່ນ ດໍານ້ຳ Vanguard

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ອັງກິດ ແລະ ສະຫະລັດອາເມຣິກາໄດ້ເຊັນສັນຍາ ມອບ-ຮັບຫົວຮົບນິວເຄລຍລຸ້ນ ໃໝ່ທີ່ຕິດຕັ້ງໃສ່
ກຳ​ປັ່ນດໍານ້ຳ Vanguard ຂອງກອງທັບເຮືອ ອັງກິດ.

     ອີງຕາມສັນຍາສະບັບດັ່ງກ່າວ, ກອງທັບເຮືອອັງກິດຈະຊື້ຫົວຮົບນິວເຄລຍຈາກ ສະຫະລັດອາເມຣິກາເພື່ອມາປ່ຽນແທນບັນດາຫົວຮົບ ນິວເຄລຍ ລຸ້ນທໍາອິດ ທີ່ຍັງປະ
ຈໍາການຢູ່ກຳ​ປັ່ນ ດໍານ້ຳຂອງກອງທັບຕົນ ດ້ວຍມູນຄ່າຫຼາຍຕື້ປອນ.

     ຫຼັງຈາກຂ່າວກ່ຽວກັບການ ມອບ-ຮັບຫົວຮົບນິວເຄລຍລຸ້ນໃໝ່ ລະຫວ່າງ ອັງກິດ ແລະ ສະຫະລັດອາເມຣິກາ ໄດ້ຖືກເປີດເຜີຍ, ສະມາຊິກສະພາອັງກິດຫຼາຍຄົນໄດ້
ກ່າວປະທ້ວງກ່ຽວກັບບັນຫາການເຊັນສັນຍາມອບ-ຮັບຫົວຮົບ ນິວເຄລຍ ດັ່ງກ່າວພ້ອມທັງຮຽກຮ້ອງໃຫ້ລັດຖະບານ ເບິ່ງຄືນນະໂຍບາຍກ່ຽວກັບວຽກງານປ້ອງກັນປະເທດ
ທີ່ໄດ້ກໍານົດໄວ້.

     ຫົວຮົບນິວເຄລຍ SLBM ແມ່ນອາວຸດໂຈມຕີຂັ້ນຍຸດທະສາດຂອງ ອັງກິດ ແລະ ສະຫະລັດ ອາເມຣິກາ, ນີ້ໄດ້ສະແດງໃຫ້ເຫັນຢ່າງຊັດເຈນກ່ຽວກັບບົດບາດ, ໜ້າທີ່ຕົ້ນ
ຕໍຂອງລູກສອນໄຟລຸ້ນ Trident II ໃນການນໍາເອົາຫົວຮົບ ນິວເຄລຍ ຂະໜາດໃຫຍ່ເພື່ອຍິງຕ້ານລູກສອນໄຟຂ້າມທະວີບ ລຸ້ນ ICBM ຂອງ ຣັດເຊຍ.