ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທຈະ​ຊື້ຍົນບໍ່ມີຄົນຂັບ​ເພີ່ມ


ຍົນບໍ່ມີຄົນຂັບ RTAF U1-M

     ຕາມເວັບໄຊຂ່າວການທະຫານ Janes.com ລະບຸໃຫ້ຮູ້ວ່າ: ພະແນກປະຕິບັດງານ ຂອງ ກອງທັບອາກາດໄທ ໄດ້ປະກາດແຜນການຊື້ປະຈຳປີສໍາລັບ
ປີງົບປະມານ ປະຈຳ ປີ 2021 ຂອງໂຄງການຜະລິດ ຍົນທີ່ບໍ່ມີຄົນຂັບຂອງ ກອງທັບອາກາດ-ການຈັດຊື້ເຮືອບິນບໍ່ມີຄົນຂັບ RTAF U1-M ຈຳນວນ 3
ລຳພ້ອມດ້ວຍອຸປະກອນສະໜັບສະໜູນ ການປະຕິບັດວຽກງານການເຝິກອົບຮົມການບິນ, ການເຝິກອົບຮົມນັກວິຊາການ, ການຖ່າຍໂອນເຕັກໂນໂລຊີ,
ຊິ້ນສ່ວນລວມພ້ອມທັງຄູ່ມືການສອນໃນງົບປະມານ 450 ລ້ານບາດ ຄາດວ່າຈະປະກາດການຊື້ໃນເດືອນມັງກອນ.

     ໂດຍຕາມແຜນການ ກອງທັບອາກາດໄທ ມີໂຄງການຍົກລະດັບ ຍົນບໍ່ມີຄົນຂັບ RTAF U1 ໂດຍອີງໃສ່ເຮືອບິນບໍ່ມີຄົນຂັບ Sky Scout ທີ່ພັດ
ທະນາໂດຍ RV Connex ເພື່ອເປັນອາວຸດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ 2019, RV Connex ໄດ້ວາງສະແດງເຮືອບິນທົດລອງ Sky
Scout-X, ໂດຍມີລູກສອນໄຟນຳວິຖີ FFLMM (Fury), ພັດທະນາຈາກລູກສອນໄຟ Thales 'LMM (Martlet) ຄາດວ່າຈະເປັນຕົວຢ່າງສຳລັບການ
ຜະລິດ RTAFU1-M ຕໍ່ໄປ, ໂດຍມີການພັດທະນາຢູ່ໃນປະເທດໄທ.

     ນອກຈາກນັ້ນ, ຍົນ RTAF U1-M ລຸ້ນນີ້, ເມື່ອນໍາເຂົ້າປະຈໍາການຈະເປັນ ຍົນບໍ່ມີຄົນຂັບລໍາທຳອິດຂອງກອງກຳລັງປະກອບອາວຸດໄທ ແລະ ອາດ
ຈະມີການຊື້ເພີ່ມອີກ 6 ລຳໃນງົບປະມານປີຕໍ່ໄປ ລວມເຖິງການຊື້ລຸ້ນຕິດອາວຸດທີ່ມີຂະໜາດໃຫຍ່ກວ່າເກົ່າ ເພື່ອທົດແທນ RTAF U1 ໃນອະນາຄົດ,
ເຊິ່ງຈະຊ່ວຍໃຫ້ກອງທັບອາກາດ ມີຍົນບໍ່ມີຄົນຂັບຕິດອາວຸດປະຈໍາການຈໍານວນ 2 ຝູງບິນ ພາຍໃນບໍ່ເກີນ 10 ປີ ຕໍ່ໜ້າ.