ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ເຈເນໂຣ ອາຕອມມິກ ຈະ​ຕິດ​ຕັ້ງລູກສອນໄຟ
ໃສ່ຍົນບໍ່ມີຄົນຂັບ UACV MQ-9 Reaper ຂອງ ຝຣັ່ງ


ລູກສອນໄຟ UACV MQ-9 Reaper

     ຕາມຂ່າວຈາກສື່​ ເອ​ເລັກ​ໂຕ​ນິກ ຂອງ​ກອງທັບ​ປະຊາຊົນ​ ຫວຽດນາມ ໃນວັນທີ 29 ຕຸລາ ທີ່ ຜ່ານມາວ່າ: ບໍລິສັດ ເຈເນໂຣ ອາຕອມມິກ ຂອງ ສະຫະລັດ ໄດ້ມີການ
ຕົກລົງເຊັນສັນຍາຕິດຕັ້ງລູກສອນໄຟໃສ່ຝູງບິນຍົນບໍ່ມີຄົນຂັບ (UACV) ຮຸ່ນ MQ-9 Reaper ຂອງກອງທັບອາກາດ ຝຣັ່ງ.

     ກອງທັບອາກາດ ສະຫະລັດ ໄດ້ໃຫ້ຮູ້ວ່າ: ສັນຍາຕິດຕັ້ງລູກສອນໄຟໃສ່ຍົນ UACV MQ- 9 Reaper ຂອງກອງທັບອາກາດ ຝຣັ່ງ ທີ່ມີມູນຄ່າເກືອບ 18 ລ້ານ ໂດ
ລາສະຫະລັດ ນັ້ນກໍາລັງລົງມືປະຕິບັດຢູ່ທີ່ໂຮງງານຂອງ ບໍລິສັດ ເຈເນໂຣ ອາຕອມມິກ ຢູ່ເມືອງ ໂພເວລັດ ກາລິຟໍເນຍ ເຊິ່ງຄາດວ່າຈະໃຫ້ສໍາເລັດໃນທ້າຍ ເດືອນ ພະຈິກ
2020 ທີ່ຈະມາເຖິງ.

     ເຖິງວ່າຝ່າຍ ສະຫະລັດ ບໍ່ໄດ້ເປີດເຜີຍຂໍ້ມູນລາຍລະອຽດຂອງສັນຍາການຕິດຕັ້ງອາວຸດໃນຄັ້ງນີ້, ແຕ່ຍົນສູ້ຮົບບໍ່ມີຄົນຂັບ UACV MQ-9 Reaper ຂອງກອງທັບ ສະ
ຫະລັດ ມີການຕິດຕັ້ງລູກສອນໄຟຕ້ານລົດຕັງ AGM-114 Hellfire, ລູກສອນໄຟປ້ອງກັນອາກາດ AIM-92 Stinger ແລະ ລະເບີດສະຫຼາດ GBU- 12 ຫຼື GBU-38.

     ຍົນ UACV MQ-9 Reaper ແມ່ນຍົນສູ້ຮົບບໍ່ມີຄົນຂັບເຮັດໜ້າທີ່ສອດແນມ ແລະ ໂຈມຕີທີ່ທັນສະໄໝທີ່ສຸດຂອງໂລກໃນປັດຈຸບັນ. ຍົນຮຸ່ນດັ່ງກ່າວເປັນທີ່ຮູ້ຈັກ
ກັນທົ່ວໄປໃນນາມຊື່ Predator B ເພາະມັນໄດ້ຖືກພັດທະນາບົນພື້ນຖານຍົນ UACV MQ- 1 Predator. ຍ້ອນມີ ເຊັນເຊີ ອັນທັນສະໄໝດັ່ງນັ້ນ MQ-9 Reaper ຈິ່ງ
ສາມາດຊອກຫາ, ກວດຈັບ, ຕິດຕາມ ແລະ ນໍາທາງໃຫ້ລູກສອນຍິງ​ໄຟຖືກເປົ້າໝາຍໄດ້ຢ່າງຖືກຕ້ອງ ​ແລະ ຊັດ​ເຈນ.