ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບເຮືອ ສະຫະລັດ ມີ​ແຜນ​ຈະ​ພັດທະນາ ກໍາປັ່ນສູ້ຮົບທີ່ບໍ່ມີຄົນຂັບຂະໜາດໃຫຍ່ທີ່​ສຸດ​ໃນ​ໂລກ


     ຕາມຂ່າວຈາກ QDND Online ລາຍງານໃຫ້ຮູ້ວ່າ: ກອງທັບເຮືອ ສະຫະລັດ ໄດ້ແຈ້ງໃຫ້ບັນດາບໍລິສັດ ອຸດສາຫະກໍາປ້ອງກັນຊາດ ພາຍໃນປະເທດ ນໍາສະເໜີເຖິງ
ແນວຄວາມຄິດສໍາລັບໂຄງການທີ່ຈະພັດທະນາ ກໍາປັ່ນ ສູ້ຮົບທີ່ບໍ່ມີຄົນຂັບຂະໜາດໃຫຍ່ ( Large Unmaned Sua face Vehce-LUSV ) ເພື່ອປະກອບເຂົ້າໃນ
ວຽກງານ ປ້ອງກັນຊາດ.

     ທາງກອງທັບເຮືອ ສະຫະລັດ ຕ້ອງການມີກໍາປັ່ນທີ່ບໍ່ມີຄົນຂັບຮຸ່ນ LUSV ຈໍານວນ 10 ລໍາໃນ ອີກ 5 ປີ ຕໍ່ໜ້າ. ບັນດາກໍາປັ່ນທີ່ບໍ່ມີຄົນຂັບເຫຼົ່ານີ້ຈະເຮັດໜ້າທີ່ສອດ
ແນມ ແລະ ສະໜັບໜູນໃຫ້ແກ່ກໍາປັ່ນສູ້ຮົບຫຼັກໃນສະໜາມຮົບທະເລ.

     ອີງຕາມໜັງສືເຊີນຜູ້ຮັບເໝົາຂອງກອງທັບເຮືອ ສະຫະລັດ, ການຜະລິດ LUSV ຕ້ອງແມ່ນກໍາປັ່ນທີ່ບໍ່ມີຄົນຂັບທີ່ມີຄວາມທົນທານ, ມີຄວາມສາມາດບັນທຸກນ້ຳໜັກ
ໄດ້ຫຼາຍຮູບແບບທີ່ແຕກຕ່າງ ກັນເພື່ອຕອບສະໜອງໃຫ້ແກ່ຫຼາຍໜ້າທີ່ໃນການສູ້ຮົບຕົວຈິງໃນອານາຄົດ, ຍ້ອນມັນມີນ້ຳໜັກຫຼາຍດັ່ງນັ້ນ LUSV ຈິ່ງຖືກອອກແບບໃຫ້ສາ
ມາດເຄື່ອນໄຫວໄດ້ແບບເອກະລາດ ຫຼື ປະສານສົມທົບກັບບັນດາກໍາປັ່ນທີ່ມີຄົນຂັບ.

     LUSV ມີຄວາມຍາວ 60-90 ແມັດ ແລະ ຄວາມແຮງດັນນ້ຳ 2.000 ໂຕນ, ດ້ວຍຂໍ້ມູນດັ່ງກ່າວ ກໍາປັ່ນບໍ່ມີຄົນຂັບຮຸ່ນນີ້ຈະກາຍເປັນກໍາປັ່ນສູ້ຮົບທີ່ບໍ່ມີຄົນຂັບໃຫຍ່
ທີ່ສຸດໃນໂລກ ທີ່ມີຂະໜາດເທົ່າກັບກໍາປັ່ນຄຸ້ມກັນ. ເຖິງວ່າກໍາປັ່ນດັ່ງກ່າວຈະບໍ່ໄດ້ປະກອບອາວຸດແຕ່ LUSV ມີໜ້າທີ່ຕິດຕາມສອດແນມ ບັນດາລູກສອນໄຟຕ້ານກໍາປັ່ນ
ທາງນ້ຳ ແລະ ລູກສອນໄຟຕ້ານກໍາປັ່ນທາງບົກ ຫຼື ເວົ້າອີກຢ່າງ LUSV ເມື່ອນໍາໃຊ້ເຂົ້າໃນສະ ໜາມຮົບຈະມີບົດບາດຄືສາງອາວຸດ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງ
ທັບເຮືອ.

     ກອງທັບເຮືອ ສະຫະລັດ ມີຄວາມຈໍາເປັນຕ້ອງການເງິນຈໍານວນ 400 ລ້ານໂດລາ ສະຫະລັດໃນ ງົບປະມານປີ 2020 ເພື່ອນໍາໃຊ້ເຂົ້າໃນໂຄງການຄົ້ນຄວ້າ ແລະ ພັດ
ທະນາ LUSV ຈໍານວນສອງລໍາ.