ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກໍາປັ່ນດໍານໍ້າ Barracuda ຄວາມ​​ເຂັ້ມ​ແຂງ​ໃໝ່ຂອງ​ທັບ​ເຮືອ​ຝຣັ່ງ


ກໍາປັ່ນດໍານໍ້າ Suffren ຂອງກອງທັບເຮືອຝຣັ່ງ

     ຕາມຂ່າວ QDND Online ໃຫ້ຮູ້ວ່າ: ເມື່ອວັນທີ 22/12/ 2006, ລັດຖະບານຝຣັ່ງໄດ້ເຊັນສັນຍາກັບ ບໍລິສັດຜະລິດກໍາປັ່ນ Naval Group ແລະ Areva-
Technicatome ເພື່ອຊື້ກໍາປັ່ນດໍານໍ້າຈໍານວນ 6 ລຳຮຸ່ນ Bar-racuda ມູນຄ່າ 1,4 ຕື້ໂດລາສະຫະລັດ, ເຊິ່ງແຕ່ລະລໍາໃສ່ຊື່ຕາມລຳດັບຄື: Suffren, Duguay-
Trouin, Tourville, Duques­ne, De Grasse ແລະ Dupe­tit-Thouars. ກໍາປັ່ນເຫຼົ່ານີ້ ຈະປ່ຽນແທນ 6 ລໍາເກົ່າຮຸ່ນ Rubis ທີ່ປະຈໍາການໃນກອງທັບ
ເຮືອມາແຕ່ປີ 1983. 

     ກໍາປັ່ນດໍານໍ້າຊະນິດນີ້ມີລວງຍາວ 99,5 ແມັດ, ກ້ວາງ 8,8 ແມັດ, ສູງ7,3 ແມັດ, ນໍ້າໜັກເທິງ ໜ້ານໍ້າແມ່ນ 4.765 ໂຕນ, ນໍ້າໜັກໃນເວລາດໍານໍ້າແມ່ນ 5.300
ໂຕນ. ໃຫ່ຍກ່ວາຮຸ່ນ Rubis ຈາກທີ່ມີລະບົບຂັບເຄື່ອນທີ່ທັນສະໄໝ Barracuda ຈິ່ງໃຊ້ລູກເຮືອພຽງແຕ່ 60 ຄົນ( ໜ້ອຍກ່ວາ 15 ຄົນ ທຽບໃສ່ Rubis)

     ກໍາປັ່ນດໍານໍ້ານີ້ສາມາດແລ່ນໄວ 46 ກິໂລແມັດ ຕໍ່ຊົ່ວໂມງໃນ ພື້ນນໍ້າ, ຄວາມໄວເທິງໜ້ານໍ້າ ແມ່ນ 26 ກິໂລແມັດຕໍ່ຊົ່ວໂມງ, ສາມາດດໍາເລິກໄດ້ 350 ແມັດ. ໄລ
ຍະທີ່ແລ່ນແບບບໍ່ມີສຽງຟົດແມ່ນຢູ່ໃນລະດັບ 46 ກິໂລແມັດ ຕໍ່ຊົ່ວໂມງ. ອາວຸດທີ່ມີຄື: ມີເລົ່າປືນຂະໜາດ 533 ມມ ຈໍານວນ 4 ເລົາ ໃຊ້ສໍາລັບຍິງ ຕອກປີໂດ F21,
ລູກສອນໄຟສູ່ອາກາດ MdCN, SM39 Exocet, ແລະ ລູກລະເບີດໃຕ້ນໍ້າ FG29. ໃນນີ້ຕອກປີໂດ F21 ຍາວ 6 ແມັດ, ໜັກ 1,2 ໂຕນ, ໄລຍະຍິງ 50 ກິໂລແມັດ,
ຄວາມໄວ 46- 58 ກິໂລແມັດຕໍ່ຊົ່ວໂມງ, ນໍາທິດດ້ວຍເທັກໂນໂລຢີລໍ້າສະໄໝ ແມ່ນຕອກປີໂດທີ່ມີສັກກະຍາພາບສູງ ໃນການຍິງຖືກເປົ້າໝາຍທີ່ສຸດໃນໂລກ.

     ພິເສດ, ລູກສອນໄຟ MdCN ຂອງບໍລິສັດ MBDA ຜະລິດສະເພາະໃຫ້ແກ່ກອງທັບເຮືອຝຣັ່ງ ເປັນອາວຸດຫຼັກທີ່ເຂັ້ມແຂງໃຫ້ແກ່ Barracuda ເປັນກໍາປັ່ນດໍານໍ້າທີ່
ສາມາດປະຕິບັດໜ້າທີ່ໃນການປ້ອງກັນກໍາປັ່ນເດີ່ນບິນ ແລະ ກໍາລັງສູ້ຮົບຕ່າງໆ ຂອງກອງທັບເຮືອ, ເປັນກໍາລັງໄຟໃນການລາດຕະເວນ, ສືບຂ່າວຫຼືເຂົ້າຮ່ວມໃນສົງຄາມ
ພິເສດໃດໜຶ່ງ.

     ລໍາທໍາອິດຂອງຮຸ່ນ Barra- cuda ຂອງກອງທັບເຮືອ ຝຣັ່ງ ມີຊື່ວ່າ Suffren ເຊິ່ງຫາກໍປ່ອຍລົງນໍ້າໃນເດືອນ 7-2019 ນີ້, ຄາດວ່າຈະເຂົ້າປະຈໍາການໃນກອງທັບເຮືອ
ຝຣັ່ງໃນປີ 2020. ເມື່ອເຖິງປີ 2025, ກອງທັບເຮືອຝຣັ່ງຈະໄດ້ຮັບເພີ່ມອີກ 4 ລໍາ, ສ່ວນລໍາທີ່ຍັງເຫຼືອແມ່ນປີ 2030.

ນັກວິຊາການດ້ານການທະຫານໃຫ້ຮູ້ວ່າ: ກໍາປັ່ນຮຸ່ນ Bar- racuda ແມ່ນກໍາປັ່ນດໍານໍ້າທີ່ທັນສະໄໝທີ່ສຸດຂອງ ເອີຣົບ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ກອງທັບເຮືອ ຝຣັ່ງ ໃນອີກ 50 ປີຂ້າງໜ້າ.