ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໂບອິງມີ​ແຜນ​ຢຸດຕິ​ການ​ຜະລິດ​ເຮືອບິນ​ຮຸ່ນ V-22

     ຕາມຂ່າວສານຈາກໜັງສືພິມອີເລັກໂຕຣນິກຂອງກອງທັບ ຫວຽດນາມ ສະບັບວັນທີ 24 ມິ ຖຸນາ 2019 ນີ້ວ່າ: ເຈົ້າໜ້າທີ່ລະດັບສູງຂອງບໍລິສັດໂບອິງ ໄດ້ເປີດເຜີຍ
ວ່າ: ບໍລິສັດ ໂບອິງ ມີແຜນການທີ່ຈະຢຸດຕິການຜະລິດເຮືອບິນຮຸ່ນ V-22 ເຊິ່ງເປັນເຮືອບິນແບບສະເທືອນນໍ້າສະເທືອນບົກ, ພາຍຫຼັງທີ່ສຳເລັດການເຂົ້າຮ່ວມງານວາງສະ
ແດງການບິນນາໆຊາດຢູ່ທີ່ນະຄອນຫຼວງ ປາຣີ ປະເທດຝຣັ່ງ.

     ຜູ້ຈັດການຝ່າຍການຂາຍຂອງ ບໍລິສັດໂບອິງ ກ່າວວ່າ: ຕະຫຼອດໄລຍະເວລາທີ່ຜ່ານມາທາງບໍລິສັດໄດ້ຮ່ວມກັບບໍລິສັດ ໃນເຄືອຂ່າຍລົງທຶນຜະລິດຍົນຮຸ່ນ V-22 ຈຳ
ນວນ 500 ກວ່າລຳ ແລະມີການປັບປຸງ, ບຳລຸງຮັກສາມາແລ້ວຫຼາຍຄັ້ງ. ສໍາລັບລູກຄ້າສ່ວນໃຫຍ່ແມ່ນກອງທັບອາກາດ ສະຫະລັດອາເມຣິກາ ແລະກອງທັບອາກາດຍີ່ປຸ່ນ.

     ເຖິງຢ່າງໃດກໍຕາມ ໃນການເຂົ້າຮ່ວມງານວາງສະແດງການບິນນາໆຊາດຢູ່ທີ່ຝຣັ່ງ ໃນຄັ້ງນີ້ີ້ນອກຈາກເຮືອບິນ V-22 ແລ້ວທາງບໍລິສັດຍັງໄດ້ນຳເອົາເຮືອບິນຫຼາຍຮຸ່ນ
ເຂົ້າມາຈັດວາງສະແດງ ໃນງານດັ່ງກ່າວອີກດ້ວຍ ແລະຖືເອົາໂອກາດນີ້ຂະຫຍາຍການຕະຫຼາດ ພ້ອມທັງໃຫ້ຂໍ້ມູນລາຍລະອຽດແກ່ລູກຄ້າອີກດ້ວຍ, ແຕ່ຈຸດປະສົງຫຼັກແມ່ນ
ການນໍາສະເໜີເຮືອບິນຮຸ່ນ V-22 ເຊິ່ງທາງບໍລິສັດໄດ້ຕັ້ັ້ງເປົ້າໝາຍການຂາຍຄັ້ງນີ້ໄວ້ທີ່ 50 ລຳ, ໂດຍເນັ້ນໃສ່ລູກຄ້າເກົ່າ ແລະໃໝ່.

     ສຳລັບເຮືອບິນ V-22 ນີ້ໄດ້ຖືກນຳເຂົ້າປະຈຳການໃນກອງທັບອາກາດ ສະຫະລັດອາເມຣິກາ ຕັ້ງແຕ່ປີ 2007 ເປັນຕົ້ນມາ. ເຮືອບິນ V-22 ສາມາດບັນທຸກນໍ້າໜັກ
ລວມໄດ້ປະມານ 16-17 ໂຕນ, ໃນນີ້ແບ່ງອອກເປັນບັນທຸກພາຍໃນ 9 ໂຕນ, ບັນທຸກພາຍນອກໄດ້ 6,8 ໂຕນ ແລະສາມາດບັນຈຸທະຫານພ້ອມອາວຸດຄົບມືໄດ້ປະມານ
24 ຄົນ, ນອກຈາກນີ້ເຮືອບິນຮຸ່ນນີ້ຍັງມີຄວາມພິເສດຢູ່ບ່ອນວ່າມັນສາມາດລົງຈອດຢູ່ເທິງໜ້າດິນ ແລະ ເຄື່ອນໄຫວຢູ່ເທິງໜ້ານໍ້າໄດ້ອີກດ້ວຍ.