ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັງກິດພັດທະນາອາວຸດໃໝ່ ເພື່ອຍົກສູງທາງການທະຫານໃນອານາຄົດ


     ໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ໜັງສືພິມ Telegraph ໄດ້ອ້າງເຖິງແຫຼ່ງຂໍ້ມູນ ຈາກເຈົ້າໜ້າທີ່ທະຫານ, ກະຊວງປ້ອງກັນປະເທດ
ຈະຈັດສັນງົບປະມານ 6,6 ຕື້ປອນເພື່ອລົງທຶນພັດທະນາເຕັກໂນໂລຊີ ອາວຸດໃໝ່ hypersonic hypuricic ພະລັງງານສູງ.

     ກະຊວງປ້ອງກັນປະເທດອັງກິດ ໄດ້ປະເມີນວ່າ: ການລົງທຶນ ໃສ່ການພັດທະນາອາວຸດນີ້ແມ່ນ ບໍ່ເຄີຍມີມາກ່ອນ. ເຖິງຢ່າງໃດກໍຕາມ, ນີ້ແມ່ນສິ່ງທີ່ຈຳ
ເປັນເພື່ອຊ່ວຍດຸນດ່ຽງຄວາມເຂັ້ມແຂງ ທາງຍຸດທະສາດ, ກະຊວງປ້ອງກັນປະເທດ ກ່າວວ່າ: ອາວຸດໃໝ່, ທີ່ມີພະລັງງານສູງ ແລະ ລູກສອນໄຟນຳວິຖີຈະນຳ
ມາເຊິ່ງຄວາມໄດ້ປຽບໃນໄລຍະຍາວ ບໍ່ພຽງແຕ່ສຳລັບທະຫານ ເທົ່ານັ້ນ ແຕ່ຍັງເປັນການສິດສອນໃຫ້ແກ່ ສາຂາວິຊາການພິເສດຂອງ ອັງກິດນຳອີກ.

     ຕາມບັນດາຜູ້ຊ່ຽວຊານດ້ານ ການທະຫານສາກົນ, ຄວາມເຂັ້ມແຂງ ຂອງອັງກິດ ໃນການພັດທະນາອາວຸດ ແລະ ພະລັງງານສູງ ແມ່ນກ່ຽວຂ້ອງກັບ
ການປະເມີນຄວາມອັນຕະລາຍ ທີ່ອາດຈະເກີດຂຶ້ນຄື: ລອນດອນກໍາລັງ ປະເຊີນກັບໄພຂົ່ມຂູ່ ຈາກອາວຸດ ຮູບແບບໃໝ່ ທີ່ບໍ່ສາມາດປ້ອງກັນໄດ້, ຄືດັ່ງ:
Zircon ຫຼື Avavard ຂອງຣັດເຊຍ. ທັງສອງລ້ວນແຕ່ມີຄວາມໄວທີ່ເກີນ Mach 5 (ຄວາມໄວຂອງສຽງ 5 ເທົ່າ).

     ໃນປັດຈຸບັນ, ຈຸດເລີ່ມຕົ້ນ ຂອງ ຄວາມໄວສູງສຸດ ແມ່ນກຳນົດໃຫ້ເກີນ Mach 5 ເຖິງ Mach 10.

     ໃນລະດັບຄວາມໄວນີ້, ອາວຸດທີ່ມີຄວາມສາມາດຕ້ານທານ ກັບອຸນຫະພູມສູງ, ຄ້າຍຄືກັບ ເຄື່ອງຈັກທີ່ຕິດຕັ້ງໃນອາວະກາດ. ເຖິງແມ່ນວ່າ ອັງກິດ
ເປັນປະເທດທີ່ມີພື້ນຖານດ້ານເຕັກໂນໂລຊີສູງ, ແຕ່ການພັດທະນາ ອາວຸດແບບໃໝ່ ອາດໃຊ້ເວລາ ຫຼາຍທົດສະວັດ.

     ເພື່ອເລັ່ງພັດທະນາອາວຸດໃໝ່, ກະຊວງປ້ອງກັນປະເທດ ອັງກິດ ຈະປຶກສາ ແລະ ນຳໃຊ້ກົດ ລະບຽບ Roper (ຊື່ຕາມຜູ້ອຳນວຍການໂຄງການຈັດຊື້
ອາວຸດ ຂອງກອງທັບອາກາດສະຫະລັດອາເມຣິກາ, Will Roper). ອີງຕາມກົດລະບຽບນີ້ວ່າ, ບັນດາໂຄງການອາວຸດໃໝ່ ທີ່ສັບສົນ ຈະມີເວລາພັດທະນາ
ແລະ ສໍາເລັດເຊິ່ງມີເວລາບໍ່ເກີນ 5 ປີ. ພ້ອມນັ້ນ, ກອງທັບອັງກິດຈະສ້າງຕັ້ງ ສູນຄົ້ນຄວ້າ ແລະ ພັດທະນາ ນຳໃຊ້ງົບປະມານ ທີ່ໄດ້ຮັບການຈັດວາງໃໝ່ຢ່າງ
ມີປະສິດທິຜົນ. “ ດ້ວຍທິດທາງການ ພັດທະນາໃໝ່ນີ້, ອັງກິດ ສາມາດນຳໃຊ້ມັນເພື່ອພັດທະນາ ເຕັກໂນໂລຊີ ຕາມທິດນຳໃຊ້ ສອງທາງໃນຂົງເຂດການ
ທະຫານ ແລະ ຂົງເຂດການຄ້າພົນລະເຮືອນອີກດ້ວຍ.