ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝຣັ່ງ ​ເປີດ​ເຜີຍ​ລົດ​ຫຸ້ມ​ເກາະ​ຕີນ​ຢາງ​ລຸ້ນປັບປຸງ​ໃໝ່


ລົດຕົ້ນແບບລົດຫຸ້ມເກາະລຸ້ນຈາກົວ (Jaguar) 6x6

     ຝຣັ່ງໄດ້ເປີດເຜີຍລົດຕົ້ນແບບລົດຫຸ້ມເກາະລຸ້ນຈາກົວ (Jaguar) 6x6 ຕໍ່ສາທາລະນະເປັນຄັ້ງທຳອິດທີ່ໂຮງງານຂອງບໍລິສັດ Nexter ເມືອງເຊໂຕຣີ
ໃນງານສະແດງອາວຸດຍຸດໂທປະກອນນາໆຊາດ ທີ່ຈັດຂຶ້ນ ໃນນະຄອນຫຼວງປາຣີ.

     ລົດຫຸ້ມເກາະຕີນຢາງ ຈາກົວ ເປັນສ່ວນໜຶ່ງຂອງໂຄງການ Scorpion ຂອງກອງທັບ ຝຣັ່ງ ເຊິ່ງຍັງລວມເຖິງການປັບປຸງ ລົດຕັງ ແລະ ການຈັດຫາລົດ
ຫຸ້ມເກາະຕີນຢາງລຸ້ນ VBMR léger 4x4 ເພື່ອທົດແທນລົດຫຸ້ມເກາະທີ່ປະຈຳການມາດົນ.

     ສຳລັບລົດຫຸ້ມເກາະ ຈາກົວ 6x6 ຕິດຕັ້ງເຄື່ອງຈັກ 500 ແຮງມ້າສາມາດເຮັດຄວາມໄວສູງສຸດໄດ້ 90 ກິໂລແມັດຕໍ່ຊົ່ວໂມງ, ມີພິໄສການທຳການໄກ
ສຸດ 800 ກິໂລແມັດ, ມີຄຸນສົມບັດໃນລະບົບຄວບຄຸມການລ້ຽວ ດ້ວຍຕີນຫຼັງ, ມີລະບົບປັບຄວາມສູງຂອງພື້ນລົດຕາມສະພາບເສັ້ນທາງ, ເຊິ່ງໃຊ້ຕີນຢາງ
ແບບ 14R20 ທີ່ມີຄຸນສົມບັດປັບແຮງດັນອາກາດພາຍໃນຕີນ ແລະ ເຄື່ອນທີ່ຕໍ່ໄປເຖິງແມ່ນວ່າຕີນຈະບໍ່ມີລົມ.

     ລົດຫຸ້ມເກາະລຸ້ນນີ້ ມີອາວຸດຫຼັກເປັນປ້ອມປືນໃຫຍ່ມີລະບົບຮັກສາການຊົງຕົວແບບມີພົນປະຈຳ 2 ຄົນ ພ້ອມປືນໃຫຍ່ CTA 40 mm ແລະ ລະບົບ
ປືນກົນ 7.62 ມມ, ໃນປ້ອມປືນຣີໂມດເຊັ່ນດຽວ ກັບເປາະແທ່ນຍິງອາວຸດປ່ອຍນຳວິຖີຕໍ່ສູ້ລົດຕັງ mmp 2 ນັດທີ່ທັງສອງດ້ານຂ້າງປ້ອມປືນມີຈະຫຼວດ
ພ້ອມຍິງ 4 ນັດ ແລະ ຈະຫຼວດສຳຮອງ 2 ນັດ.