ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຮັກ ບໍ່ອານຸຍາດ​ໃຫ້​ທະຫານ ອາ​ເມຣິກາ
ທີ່​ຖອນ​ອອກ​ຈາກ ຊີຣີ ​ໄປ​ປະຈຳ​ຢູ່​ໃນ​ປະ​ເທດຂອງ​ຕົນ


     ສຳນັກຂ່າວ ຣອຍເຕີ ລາຍງານວ່າ: ທ່ານ ມາກ ເອສເປີ ລັດຖະມົນຕີປ້ອງກັນປະເທດ ສ ອາເມຣິກາ ໄດ້ເດີນທາງໄປເຖິງນະຄອນຫຼວງ ແບກແດດ ຂອງ ອີຣັກ ທ່າມ
ກາງທີ່ປະກົດມີຄວາມສົງໄສກ່ຽວກັບເວລາທີ່ທະຫານຂອງ ສ ອາເມຣິກາ ທີ່ຖອນອອກຈາກເຂດພາກຕາເວັນອອກສ່ຽງເໜືອ ຊີຣີ ທີ່ຈະໄປປະຈຳຢູ່ໃນ ອີຣັກ.

     ທ່ານ ເອສເປີ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຈາກ ອີຣັກ ແລະ ລວມເຖິງນາຍົກລັດຖະມົນຕີ ອັບແດ ອັບດູ ມາດີ ຂອງ ອີຣັກ. ເພື່ອປຶກສາຫາລືກ່ຽວກັບການຖອນທະ
ຫານຂອງ ສ ອາເມຣິກາ ອອກຈາກ ຊີຣີ ກໍຄືບົດບາດຂອງ ອີຣັກ ຢູ່ໃນແຜນການນີ້. ນາຍົກລັດຖະມົນຕີ ອັບແດ ອັບດູ ມາດີ ໄດ້ກ່າວຢືນຢັນຫຼັງຈາກການພົບປະກັບ ທ່ານ
ເອັສເປີ ວ່າ: ອີຣັກ ພວມຜັນຂະຫຍາຍທຸກໆມາດຕາການ ໂດຍອີງໃສ່ກົດໝາຍສາກົນທີ່ມີຕໍ່ການເຄື່ອນ ໄຫວຮັບເອົາທະຫານຂອງ ສ ອາເມຣິກາ ທີ່ຖອນອອກມາຈາກ ຊີຣີ.

     ຄຳຖະແຫຼງຂອງທ່ານ ມາດີ ເປັນການຢ້ຳຄືນເຖິງທັດສະນະຂອງ ອີຣັກ ທີ່ວ່າທະຫານຂອງ ສ ອາເມຣິກາ ທີ່ຖອນອອກຈາກພາກຕາເວັນອອກສ່ຽງເໜືອ ຊີຣີ ແລະ ເຄື່ອນ
ຍ້າຍເຂົ້າໄປປະຈຳການ ໃນ ອີຣັກ ນັ້ນຈະບໍ່ໄດ້ຮັບອານຸຍາດ.