ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນ​ຮ້າຍຫຼອນ​ໂຈມ​ຕີ​ກອງ​ກຳລັງ​ທະຫານ ປາ​ກິດ​ສະຖານ ທີ່​ກຳລັງ​ປະຕິບັດໜ້າທີ່


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 29 ກໍລະກົດ 2019ນີ້ວ່າ: ກຸ່ມຫົວຮຸນແຮງ ຕິດອາວຸດທີ່ອາໄສລີ້ຊ່ອນຢູ່ຕາມບໍລິເວນຊາຍແດນລະຫວ່າງປະເທດ ປາກິດ
ສະຖານ ແລະ ອາຟການິດສະຖານ. ໄດ້ຫຼອນໂຈມຕີຄ້າຍທະຫານແຫ່ງໜຶ່ງ ຂອງກອງກຳລັງ ປາກິດສະຖານທີ່ຕັ້ງຢູ່ທິດເໜືອຂອງແຂວງ ບາໂລຈິດສະຖານ ທາງພາກໃຕ້
ຂອງ ປາກິດສະຖານ ເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ 6 ຄົນ ແລະ ບາດເຈັບ 10 ກວ່າຄົນ.

     ເຫດການດັ່ງກ່າວແມ່ນເກີດ ຂຶ້ນໃນວັນທີ 28 ກໍລະກົດ ຫຼື 3 ມື້ ຫຼັງຈາກທີ່ທ່ານ ອີມານຂ່ານ ນາຍົກລັດຖະມົນຕີຂອງ ປາກິດສະຖານ ເດີນທາງໄປພົບປະກັບ ໂດນັລ
ທຣຳ ປະທານາທິບໍດີຂອງສະຫະລັດ ເພື່ອປຶກສາຫາລືດ້ານວຽກງານປ້ອງກັນຊາດ ແລະ ການປາບປາມກຸ່ມກໍ່ການຮ້າຍພາຍໃນປະເທດ. ສຳລັບເຫດການນີ້ ແມ່ນເກີດຂຶ້ນ
ໃນຂະນະທີ່ເຈົ້າໜ້າທີ່ທະຫານກຳລັງຈະອອກໄປປະຕິບັດໜ້າທີ່ຕາມແນວຊາຍແດນ, ເຊິ່ງຄົນຮ້າຍໄດ້ໃຊ້ຈັງຫວະດັ່ງກ່າວ ໃນການໂຈມຕີ, ທັງສອງຝ່າຍໄດ້ປະທະກັນຢ່າງ
ດຸເດືອດ ເຮັດໃຫ້ເຈົ້າໜ້າທີ່ທະຫານຂອງ ປາກິດສະຖານ ເສຍຊີວິດ 6 ຄົນ. ກ່ອນໜ້ານັ້ນບໍ່ດົນ ຄົນຮ້າຍກໍໄດ້ໂຈມຕີຝ່າຍລັດຖະບານທີ່ກຳລັງອອກລາດຕະເວນໃນບໍລິເວນ
ບ້ານຮູຊາບ ແລະ ຕຣູບັດສ ເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ 4 ຄົນ .

     ປັດຈຸບັນ ຍັງບໍ່ທັນມີຝ່າຍໃດອອກມາສະແດງຄວາມຮັບຜິດຊອບ, ແຕ່ທາງເຈົ້າໜ້າທີ່ ປາກິດສະຖານ ຄາດວ່າເປັນສີມືຂອງກຸ່ມຫົວຮຸນແຮງ ຕາລີບັນ ທີ່ຂ້າມຊາຍແດນ
ອາຟການິດສະຖານເຂົ້າມາ ເພາະວ່າຜູ້ນໍາຂອງ ປາກິດສະຖານ ໄດ້ໄປພົບປະກັບ ໂດນັລ ທຣຳ ເຊິ່ງອາດຈະສ້າງຄວາມບໍ່ພໍໃຈໃຫ້ແກ່ກຸ່ມ ຕາລີບັນ.