ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຕອບຕ້ານການຂັດຂວາງ ຂອງ G7 ທີ່ປະຕິເສດການຈ່າຍເງິນຄ່າພະລັງງານເປັນຣຸບ

     ຕາມຂ່າວສານ RIA ຂອງ ຣັດເຊຍໃຫ້ຮູ້ ວັນທີ 28 ມີນານີ້, ທ່ານ ອີວານ ອາບຣາມົບ ລັດຖະສະພາ ລັດເຊຍ ໄດ້ລະບຸວ່າ: ການປະຕິເສດຂອງບັນດາ
ກຸ່ມ ປະເທດ G7 ເຊິ່ງເປັນປະເທດ ອຸດສາຫະກຳນຳໜ້າຂອງໂລກ ໄດ້ໃຫ້ການປະຕິເສດ ໃນການຊຳລະ ຄ່າອາຍແກັດ ຂອງຣັດເຊຍ ດ້ວຍເງິນຣຸບ ເຊິ່ງຈະ
ນຳໄປສູ່ ວິກິດການທາງດ້ານການຈໍາໜ່າຍ.

     ຄໍາເຫັນຂອງ ທ່ານ ອາບຣາມົບ ມີຂຶ້ນພາຍຫຼັງ ທ່ານ ໂຣເບີດ ຮາເບັກ ລັດຖະມົນຕີກະຊວງ ເສດຖະກິດເຢຍລະມັນ ໄດ້ກ່າວ ໃນມື້ດຽວກັນວ່າ ບັນດາ
ກຸ່ມປະເທດ G7 ປະຕິເສດ ຂໍ້ສະເໜີ ຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນການຊຳລະ ການຊື້ອາຍແກັດເປັນຣຸບ.

     ເມື່ອຖືກຖາມກ່ຽວກັບຄວາມເປັນໄປໄດ້ ທີ່ຣັດເຊຍ ຈະຢຸດຕິ ການສະໜອງອາຍແກັດ, ທ່ານ ໂຣເບີດ ຮາເບັກ ໄດ້ກ່າວວ່າ, G7 ພ້ອມແລ້ວທີ່ຈະຕອບ
ສະໜອງ ທຸກກໍລະນີ. ປັດຈຸບັນ ເຢຍລະມັນ ດຳລົງຕຳແໜ່ງເປັນປະທານ ໝູນວຽນຂອງບັນດາກຸ່ມປະເທດ G7. ພ້ອມນັ້ນກ່ອນໜ້ານີ້, ວັນທີ 23 ມີນາ,
ທ່ານ ປູຕິນ ໃຫ້ຮູ້ວ່າ, ຣັດເຊຍ ພຽງແຕ່ຈະຮັບເງິນຄ່າແກັດເປັນຣຸບ ໃຫ້ແກ່ບັນດາປະເທດ ທີ່ບໍ່ເປັນມິດ, ລວມທັງບັນດາປະເທດສະມາຊິກສະຫະພາບ ເອີ
ຣົບ (ອີຢູ) ພາຍຫຼັງ ທີ່ ຣັດເຊຍ ປະສົບກັບບັນດາມາດ ຕະການລົງໂທດ ຈາກຝ່າຍຕາເວັນຕົກ

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 30/03/2022